ສັບປະດາພາສາຝລັ່ງປີ2017ຢູ່ນະຄອນໂຮ່ຈິມີນ

ສັບປະດາພາສາຝລັ່ງປີ2017ຢູ່ນະຄອນໂຮ່ຈິມີນ - ảnh 1
ຜູ້​ອຳ​ນວຍ​ການ​ຫ້ອງ​ການ​ເຂດ​ອາ​ຊີ - ປາ​ຊີ​ຟິກ ຂອງ​ອົງ​ການ​ສາ​ກົນ​ພາ​ສາ ຝ​ຣັງ Eric-Normand Thibeault ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ  "ນັກ​ຂ່າວ​ໜຸ່ມ ພາ​ສາ​ຝ​ຣັງ ຢູ່ ຫວຽດ​ນາມ ຢີ 2016" 
(ພາບ​ປະ​ກອບ​ຈາກ: An Đăng/TTXVN)

(vovworld)- ສັບ​ປະ​ດາ​ພາ​ສາ​ຝ​ລັ່ງ 2017 ຢູ່ ນະ​ຄອນ ໂຮ່​ຈິ​ມີນ ຈະ​ດຳ​ເນີນ​ແຕ່​ວັນ​ທີ 17-29/3 ດ້ວຍ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ອຸ​ດົມ​ສົມ​ບູນ. ນີ້​ແມ່ນ​ເຫດ​ການ​ໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈິ​ມີນ, ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ນະ​ຄອນ ແລະ ສູນ​ພາ​ສາ​ຝ​ລັ່ງ ອາ​ຊີ​ປາ​ຊີ​ຟີກ ສົມ​ທົບ​ກັນ​ຈັດ​ຕັ້ງ.

ຫົວ​ຂໍ້​ຂອງ ສັບ​ປະ​ດາ​ພາ​ສາ​ຝ​ລັ່ງ​ປີ 2017 ແມ່ນ “ຄວາມ​ຮັກ​ແພງ ແລະ ແບ່ງ​ປັນ” ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ຫງວນ​ໃຫ້​ຊາວ​ຫນຸ່ມ ເພື່ອ​ຊາວ​ຫນຸ່ມ. ຈຸດ​ເດັ່ນ​ຂອງ​ເຫດ​ການນີ້​ແມ່ນ​ວັນ​ບຸນ​ພາ​ສາ​ຝ​ລັ່ງ ຊື່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 19/3. ໃນ​ໂອ​ກາດນີ້​ຈະ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຖືກ​ຈັດ​ຂຶ້ນ​ຄື: ລາຍ​ການ​ສິ​ລະ​ປະ, ງານ​ວາງ​ສະ​ແດງ, ການ​ໂອ້​ລົມ​ສົນ​ທະ​ນາ, ງານ​ມະ​ໂຫລານ​ຮູບ​ເງົາພາ​ສາ​ຝ​ລັ່ງ​ 8 ເລື່ອງ ທີ່​ມາ​ຈາກ ກາ​ນາດ​າ, ຝ​ລັ່ງ, ສະ​ວິດ.


ຂ່າວ/ບົດ​ອື່ນ