ສັບປະດາວັດທະນະທຳລາວຢູ່ຫວຽດນາມ

ສັບປະດາວັດທະນະທຳລາວຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) - ໂດຍ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​​ດ້ານວັດ​ທະ​ນະ​ທຳ​ລະ​ຫວ່າງ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ ແລະ ເນື່ອງ​ໃນ​ໂອ​ກາດ​ວັນສ​ະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ ​ລາວ (2/12), ​ສອງຝ່າຍ​​ໄດ້ສົມ​ທົບ​ກັນ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ ປີ 2014. ສັບ​ປະ​ດາ​ວັ​ດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ ຈະ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 2 – 7/12/2014 ຢູ່ 3 ແຂວງ​ຄື: ນະ​ຄອນ ໂຮ​່​ຈີ​ມິນ, ແຂວງ ເຮົ້າ​ຢາງ ແລະ ແຂວງ ຫວີ​ງ​ລອງ. ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ທີ່​ມາ​ຈາກ​ປະ​ເທດ​ລາວ, ເຫດ​ການ​ຈະ​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ຫວຽດ​ນາມ ບັນ​ດາ​ຈຸດ​ວັດ​ທ​ະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລາວ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປ​ະ​ເທດ ຫວຽດ​ນາມ - ລາວ.


ຂ່າວ/ບົດ​ອື່ນ