ສັບປະດາສະແດງແຟຊັນສາກົນຫວຽດນາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວ2016

ສັບປະດາສະແດງແຟຊັນສາກົນຫວຽດນາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວ2016 - ảnh 1
ສັບ​ປະ​ດາ​ສະ​ແດງ​ແຟ​ຊັນ​ສາ​ກົນ​ຫວຽດ​ນາມ
ລະ​ດູ​ໃບ​ໄ​ມ້​ຫຼົ່ນ​​ຕໍ່ລະ​ດູ​ໜາວ2016
(ພາບ: ອີນ​ເຕີ​ແນັດ)


(vovworld) - ເປັນ​ຄັ້ງ​ທຳ​ອິດ, ເຫດ​ການ​ແ​ຟ​ຊັນ ​ທີ່ມີ​​ລະ​ດັບ​ນະ​ສາ​ກົນ​ໃຫຍ່​ທີ່​ສຸດ​ຢູ່​ຫວຽດ​ນາມ - ສັບ​ປະ​ດາ​ແຟ​ຊັນ​ສາ​ກົນ​ຫວຽດ​ນາມ (Vietnam International Fashion Week) ລະ​ດູ​ໃບ​ໄ​ມ້​ຫຼົ່ນຕໍ່​ລະ​ດູ​ໜາວ 2016 ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 01 – 06/11, ຢູ່​ຮ່າ​ໂນ້ຍ. ສັບ​ປະ​ດາແ​ຟ​ຊັນສາ​ກົນ​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ໂຄ​ສະ​ນາ​ບັນ​ດາ​ຊຸດ​ແຟ​ຊັນ​ທີ່​ເ​ປັນ​ເອ​ກະ​ລັກ​ສະ​ເພາະ ​ຈາກ​ບັນ​ດາ​ນັກ​ອອກ​ແບບ​ທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ບັນ​ດາ​ນັກ​ອອກ​ແບບ​ ກໍ​ຄື​ເຄື່ອງໝາຍ​ການ​ຄ້າ​ແ​ຟ​ຊັນ​ຫວຽດ​ນາມ ອີ​ກ​ດ້ວຍ. ປີ 2016, ສັບ​ປະ​ດາ​​ແຟຊັນ​ສາ​ກົນ​ຫວຽດ​ນາມລະ​ດູ​ໃບ​ໄ​ມ້​ຫຼົ່ນ​ຕໍ່​ລະ​ດູ​ໜາວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດກວ້າງ​ຂອບ​ຂະ​ໜາດ ດ້ວຍ​ບັນ​ດາ​ລາຍ​ການ, ເຫດ​ການ, ກອງ​ປະ​ຊຸມ​ສຳ​ມະ​ນາ​ແຟ​ຊັນ, ພ້ອມ​ກັບ​ບັນ​ດາ​ການ​ສະ​ແດງແຟ​ຊັນຂອງ​ບັນ​ດາ​ນັ​ກ​ອອກ​ແບບ​ທີ່​ມີ​ຊື່​ສຽງ​ຈາກ​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ