ສັບປະດາຮູບເງົາຫວຽດ ນາມດູງດູດໃຈປະຊາ ຊົນລາວ


ສັບປະດາຮູບເງົາຫວຽດ ນາມດູງດູດໃຈປະຊາ ຊົນລາວ - ảnh 1

 (ພາບ:vov)

 (vovworld)-  ສັບປະດາຮູບເງົາຫວຽດນາມ ຢູ່ ສປປລາວ ເນື່ອງໃນໂອກາດ ສະເຫຼີມລະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ໄດ້ນຳມາສາຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ​ແຕ່​ວັນ​ທີ 5-11/5. ຢູ່​ບັນດາ​ທ້ອງ​ຖິ່ນ​ທາງ​ພາກ​ກາງ, ພາກ​ໃຕ້​ຂອງ​ລາວ, ກົມ​ຮູບ​ເງົາ​ລາວ ສົມທົບ​ກັບ​ສູນວັດທະນະທຳ​ຫວຽດນາມ ຢູ່​ລາວ ​ໄດ້​ສາຍຮູບ​ເງົາ 5 ​ເລື່ອງ ​ແລະ ຟິມ​ເອກະສານ 3 ​ເລື່ອງ​ຊື່​ງຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-​ລາວ ​ແລະ ​ໄຊຊະນະ​ດ້ຽນບຽນ​ຝູ; ຍ້ອງຍໍ​ສັນລະ​ເສີນ​ນາຍ​ພົນ​ຜູ້​ປີ​ຊາ​ສາມາດ​ຊອງ​ຊາດ​ຫວຽດນາມ- ທ່ານ​ຫວໍ້​ງວຽນ​ຢາ​ບ ​ແລະ ຮ່ວມສຳພັນ​ສູ້​ຮົບ​ຍິ່ງ​ໃຫ່ຍຂອງ​ສອງ​ຊາດ​ຫວຽດນາມ-​ລາວ. ສັບປະດາຮູບເງົາຫວຽດນາມ ຢູ່ ສປປລາວ ​ໄດ້​ປະກອບສ່ວນ​ເພື່ອ​ໃຫ້​ປະຊາຊົນ ລາວ​ທຸກ​ຊັ້ນຄົນ ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ ຕື່ມ​ອີກ. ​ເພີ່ມ​ທະວີ, ປັບປຸງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ຊື່​ງປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ ພົມວິຫານ ພ້ອມ​ກັບ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ປົກ​ປັກ​ຮັກສາ./.

ຂ່າວ/ບົດ​ອື່ນ