ສປຊ ຍົກອອກຈຸດເວລາດຳເນີນ “ການເຈລະຈາໂດຍກົງ” ລະຫວ່າງຝ່າຍຕ່າງໆຢູ່ ຊີຣີ

(VOVWORLD) - ວັນທີ 17 ສິງຫາ, ສປຊ ໄດ້ສະແດງຄວາມຫວັງ “ການເຈລະຈາໂດຍກົງ” ລະຫວ່າງ ລັດຖະບານ ຊີຣີ ແລະ ບັນດາກຸ່ມຝ່າຍຄ້ານຈະໄດ້ຮັບການຈັດຕັ້ງໃນເດືອນ ຕຸລາ ຫຼື ເດືອນ ພະຈິກຈະມາເຖິງ. 
 

ສປຊ ຍົກອອກຈຸດເວລາດຳເນີນ “ການເຈລະຈາໂດຍກົງ” ລະຫວ່າງຝ່າຍຕ່າງໆຢູ່ ຊີຣີ - ảnh 1ທ່ານ Staffan de Mistura, ທູດພິເສດຂອງ ສປຊ

(ພາບ: ສຳນັກຂ່າວສານ ຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ເຊີແນວ, ປະເທດ ສະວິດ, ທ່ານ Staffan de Mistura, ທູດພິເສດຂອງ ສປຊ ໄດ້ຍົກອອກຕາຕະລາງໃໝ່ໃຫ້ແກ່ບັນດາການເຈລະຈາ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາກ່ວາ 6 ປີຜ່ານມາ ເຮັດໃຫ້ປະຊາຊົນຊີຣີ ນັບ 2 -3 ພັນຄົນເສຍຊີວິດ, ໂດຍບໍ່ຫົວຊາຕໍ່ການປະລາໄຊໃນຄວາມມານະພະຍາຍາມເກ້ຍກ່ອມບັນດາຝ່າຍຈັດຕັ້ງການເຈລະຈາໂດຍກົງພາຍຫຼັງ 7 ຮອບເຈລະຈາ. ທ່ານໃຫ້ຮູ້ວ່າ: ທ່ານລໍຄອຍການພົບປະຈະໄດ້ຮັບການຈັດຕັ້ງໃນເດືອນຕຸລາ ຢູ່ Riyadh, ອາຣັບບິ ຊາອຸດິ, ລະຫວ່າງ 3 ຄະນະຂຶ້ນກັບຝ່າຍຄ້ານເພື່ອຕີລາຄາກ່ຽວກັບສະພາບການໃນພື້ນທີ່ຕົວຈິງ. ພາກສ່ວນຂອງ 3 ຄະນະນີ້ລວມມີ: ຜູ້ຕາງໜ້າຝ່າຍຄ້ານ ແມ່ນຄະນະກຳມະການເຈລະຈາຂັ້ນສູງ (HNC) ແລະ 2 ກຸ່ມຢູ່ ມົດສະກູ ແລະ ກາຍໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ