ສປຊ ຮຽກຮ້ອງແກ້ໄຂບັນຫາ ສປປ ເກົາຫຼີ ດ້ວຍມາດຕະການການທູດ

(VOVWORLD) - ວັນທີ 24 ກັນຍາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ: ທ່ານ ເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ທ່ານ ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Yong – ho ແກ້ໄຂສະພາບການເຄັ່ງຕຶງໃນແຫຼມ ເກົາຫຼີ ດ້ວຍມາດຕະການການທູດ. 
ສປຊ ຮຽກຮ້ອງແກ້ໄຂບັນຫາ ສປປ ເກົາຫຼີ ດ້ວຍມາດຕະການການທູດ - ảnh 1 ທ່ານ ເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

KCNA ໃຫ້ຮູ້ວ່າ: ພາຍຫຼັງບົດຄຳເຫັນຂອງທ່ານ ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Yong – ho ທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ໃນວັນທີ 23 ກັນຍາ, ທ່ານໄດ້ຢືນຢັນຄວາມຕັດສິນໃຈຂອງ ສປປ ເກົາຫຼີ ທີ່ຈະໂຕ້ຕອບຄຳກ່າວເຕືອນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງ “ດັບສູນ ສປປ ເກົາຫຼີ”, ທ່ານເນັ້ນໜັກວ່າ ສປຊ ຕ້ອງປະຕິບັດສຳເລັດບົດບາດ ແລະ ໜ້າທີ່ຂອງຕົນເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ. ທ່ານ ເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຖືວ່າ ບັນດາບັນຫາຂອງແຫຼມ ເກົາຫຼີ ຕ້ອງໄດ້ຮັບການແກ້ໄຂດ້ວຍມາດຕະການການເມືອງ ແລະ ການທູດ ຫາກບໍ່ແມ່ນວ່າການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ