ສປຊສະເໜີວິວັດທະນາການການເມືອງໃໝ່ໃຫ້ແກ່ບັນຫາYemen

ສປຊສະເໜີວິວັດທະນາການການເມືອງໃໝ່ໃຫ້ແກ່ບັນຫາYemen - ảnh 1
ທ່ານ ທູດ​ພິ​ເສດ​ຂອງ ສປຊ Ismail Ould Cheikh Ahmed
(ພາບ: EPA/TTXVN)

(vovworld) – ວັນ​ທີ 25/10, ທ່ານ Ismail Ould Cheikh Ahmed ທູດ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ​ບັນ​ຫາ Yemen ໄດ້​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເຫັນ​ດີ​ເປັນ​ເອ​ກະ​ສັນຕໍ່​ວິ​ວັດ​ທະ​ນາ​ການ​ການ​ເມືອງ ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງນີ້. ທ່ານ Ahmed ໄດ້​ຮຽກ​ຮ້ອງ​ທະ​ຫານ​ກະ​ບົດ Houthi ແລະ ບັນ​ດາ​ກຳ​ລັງ​ຈົ່ງ​ຮັກ​ພັກ​ດີ​​ກັບທ່ານ ປະ​ທາ​ນາ​ທິ​ບໍ​ດີ ຜູ້​ຖືກ​ໂຄ່ນ​ລົ້ມ Ali Abdullah Saleh ຄັດ​ຄ​້ານ​ຂໍ​້​ລິ​ເລີ່ມ​ດ້ານການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ​ດັ່ງ​ກ່າວ​ໃນ 2, 3 ວັນ​ຈະ​ມາ​ເຖິງ, ກ່ອນ​ທີ່​ຈັດ​ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບຄັ້ງ​ໃໝ່​ກ່ຽວ​ກັບ Yemen ໂດຍ ສ​ປ​ຊ ອຸ​ປະ​ຖຳ ​ສາ​ມາດເຊື່ອມ​ຕໍ່​ຄືນ​ໃໝ່.

        ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢູ່ Yemen ໂດຍ​ທ່ານ Ahmed ລິ​ເລີ່ມນັ້ນ​​ລວມ​ມີເລື່ອງ ທ່ານ Abd Rabu Mansour Hadi, ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ປະ​ຈຸ​ບັນ​ຂອງ Yemen ຕ້ອງໄດ້​ຮັບ​​ຮອງ​ວ່າ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຂ້າມ​ຜ່ານ ແລະ ເລື່ອງ​ບົ່ງ​ຕົວ​ຕຳ​ແໜ່ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ໄດ້​ຮັບ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທຸກໆ​ຝ່າຍ​ກ່ຽວ​ຂ້ອງ, ພົ້ນ​ຕຳ​ແໜ່ງ​​ທ່ານ Ali Mohsin Al – Ahmar, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ໃນປະ​ຈຸ​ບັນ​ພາຍຫຼັງ​​ທີ່ບັນ​ດາ​ຝ່າຍ​ປະ​ທະ​ກັນ​​ເຊັນ​ຂໍ​້​ຕົກ​ລົງ​ການ​ເມືອງ, ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜ​ູ​້​ຕາງ​ໜ້າ​ບັນ​ດາ​ພັກ​ຝ່າຍ​ໃນ​ຮອບ​ເວ​ລາ 1 ເດືອນ​ພາຍຫຼັງ​ຂໍ້​ຕົກ​ລົງ​ດ້ານການ​ເມ​ືອງ​ໄດ້​ຮັບ​ການ​ລົງ​ນາມ.


ຂ່າວ/ບົດ​ອື່ນ