ສປປ. ເກົາຫຼີ ດຳເນີນການຊ້ອມຮົບ

ສປປ. ເກົາຫຼີ ດຳເນີນການຊ້ອມຮົບ - ảnh 1
ທ່ານ Kim Jong – un, ການ​ນຳ ສ​ປ​ປ ເກົາຫຼີ 
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 11/12, ສຳ​ນັກ​ຂ່າວ​ສານ ສູນ​ກາງ ສປ​ປ ເກົາຫຼີ (KCNA) ໄດ້​ໃຫ້​ຂ່າວ​ວ່າ ການ​ນຳ​ປະ​ເທດນີ້ ທ່ານ Kim Jong – un ໄດ້​ຊີ້​ນຳ​ການ​ຊ້ອມ​ຮົບ​ການ​ທະ​ຫານ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່. ຕາມ KCNA ແລ້ວ, ການ​ຊ້ອມ​ຮົບ​ເພື່ອ​ແນ​ໃສ່ “ມ້າງ​ທຳ​ລາຍ​ບັນ​ດາ​ຄາດ​ໝາຍ​ພິ​ເສດ​ຂອງຝ່າຍ​ກົງ​ກັນ​ຂ້າມ”, ໃນ​ຂະ​ນະ​ນັ້ນ ມີ​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ. ໜັງ​ສື​ພິມ Rodong Sinmun ຂອງ​ພັກ​ແຮງ​ງານ ສ​ປ​ປ ເກົາຫຼີ  ກໍ່​ມີ​ບົດ​ຂຽນ​ຍາວ​ກ່ຽວ​ກັບ​ການ​ຊ້ອມ​ຮົບ​ດັ່ງ​ກ່າວ, ດ້ວຍ​ບັນ​ດາ​ຮູບ​ຖ່າຍ​ຄ້າຍ​ຄື​ກັນ​ກັບ​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ ສ​ ເກົາຫຼີ ພວມ​ຖືກ​ທະ​ຫານ ສປ​ປ ເກົາ​ຫຼີ ປິດ​ລ້ອມ ແລະ ພວມ​ຖືກໄຟ​ໄໝ້. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລາຍ​ລະ​ອຽດ​ກ່ຽວ​ກັບ​ເວ​ລາ​ດຳ​ເນີນ​ການ​ຊ້ອມ​ຮົບ​ບໍ່​ໄດ້​​ເຜີຍ​ແບ​ເທື່ອ.


ຂ່າວ/ບົດ​ອື່ນ