ສປປ ເກົາຫຼີ ຮຽກຮ້ອງໃຫ້ ຍີ່ປຸ່ນ ສະແດງເຈດຕະນາດີກ່ຽວກັບສັນຕິພາບ

(VOVWORLD) - KCNA ຮຽກຮ້ອງໃຫ້ ຍີ່ປຸ່ນ ຢຸດຕິບັນດາການຊ້ອມຮົບດ້ວຍຂອບຂະໜາດໃຫຍ່, ການເຄື່ອນໄຫວເພີ່ມທະວີກຳລັງການທະຫານເພື່ອບຸກໂຈມຕີ ສປປ ເກົາຫຼີ

ວັນທີ 25 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ: ປະເທດນີ້ຈະບໍ່ສະແດງເຈດຕະນາດີສຳລັບ ຍີ່ປຸ່ນ ຈົນຮອດເວລາໃດ ໂຕກຽວ ຢຸດຕິບັນດາການກະທຳເຊິ່ງ ພຽງຢາງ ຖືວ່າແມ່ນເລັ່ງໃສ່ ສປປ ເກົາຫຼີ.

        ລະອຽດຄື, KCNA ຮຽກຮ້ອງໃຫ້ ຍີ່ປຸ່ນ ຢຸດຕິບັນດາການຊ້ອມຮົບດ້ວຍຂອບຂະໜາດໃຫຍ່, ການເຄື່ອນໄຫວເພີ່ມທະວີກຳລັງການທະຫານເພື່ອບຸກໂຈມຕີ ສປປ ເກົາຫຼີ, ແລະ ສະແດງເຈດຕະນາດີກ່ຽວກັບສັນຕິພາບ. ແຕ່ເຖິງຢ່າງໃດກໍ່ຕາມ, KCNA ບໍ່ເຕື້ອງເຖິງບັນຫາລອບຈັບຕົວປະກັນເຊິ່ງຝ່າຍ ຍີ່ປຸ່ນ ຢາກປຶກສາຫາລື ກັບ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ