ສປປ ເກົາຫຼີ ແມ່ນບັນຫາຈຸດສຸມໃນການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີສ.ເກົາຫຼີ ວັນຈັນ ທີ 27 ມິຖຸນາ ຄ.ສ. 2016 | 13:54:25 ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Hwang Kyo – ahn (ພາບ: ສຳນັກຂ່າວສານ ຫວຽດນາມ) (vovworld) – ວັນທີ 26/6, ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Hwang Kyo – ahn ໄປຍັງ ຈີນ ເພື່ອປຶກສາຫາລືກັບການນຳປະເທດເຈົ້າພາບກ່ຽວກັບບັນດາບັນຫາ ສປປ ເກົາຫລີ ກໍ່ຄືບັນດາບັນຫາ 2 ຝ່າຍ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ ເກົາຫຼີ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ເປັນເວລາ 5 ວັນນີ້. ທ່ານນາຍົກລັດຖະມົນຕີ Hwang Kyo – ahn ຈະເຂົ້າຮ່ວມເວທີປາໄສ Davos ລະດູແລ້ງ ປີ 2016 ຢູ່ປະເທດ ຈີນ. ໃນວັນທີ 27/6, ທ່ານນາຍົກລັດຖະມົນຕີ Hwang Kyo – ahn ພົບປະກັບທ່ານປະທານປະເທດ ຈີນ ສືຈີ້ນຜິງ ແລະ ຄູ່ຕຳແໜ່ງ ຫຼີເຄີຊຽນ ຢູ່ປັກກິ່ງ ເພື່ອປຶກສາຫາລືກ່ຽວກັບເຫດຍິງທົດລອງ ລູກສອນໄຟ Musdan ຫວ່າງມໍ່ໆມານີ້ຂອງ ສປປ ເກົາຫຼີ. ຄາດວ່າ, ທ່ານນາຍົກລັດຖະມົນຕີ Hwang Kyo – ahn ຈະຮຽກຮ້ອງໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນໃນການຮັບມືກັບບັນດາການກະທຳຂອງ ສປປ ເກົາຫຼີ. ທ່ານນາຍົກລັດຖະມົນຕີ Hwang Kyo – ahn ກໍ່ຄາດວ່າຈະແຈ້ງໃຫ້ຊາບບັນດາຄວາມວິຕົກວັງວົນນັບມື້ນັບເພີ່ມຂຶ້ນຂອງ ເຊີອູນ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍຂອງກຳ່ປັ່ນຫາປາຂອງ ຈີນ ຢູ່ເຂດຊາຍແດນທາງທະເລລະຫວ່າງ ສ. ເກົາຫຼີ ແລະ ສປປ ເກົາຫຼີ. Tag vovworld ສຳນັກງານ ຂ່າວ/ບົດອື່ນ ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ ທ່ານປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານປະທານຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ປຸກລະດົມການເສັງຊີງລາງວັນສື່ມມວນຊົນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວ ການຕ່າງປະເທດຄັ້ງທີ X ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ
ທ່ານປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານປະທານຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ
ປຸກລະດົມການເສັງຊີງລາງວັນສື່ມມວນຊົນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວ ການຕ່າງປະເທດຄັ້ງທີ X
ຄະນະບໍລິຫານງານສູນກາງພັກເຫັນດີໃຫ້ທ່ານຫວໍວັນເຖືອງທີ່ຂໍພົ້ນຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບອາຍຸການ 2021 – 2026
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ
ແບບຢ່າງຊາວໜຸ່ມດີເດັ່ນໃນການກໍ່ສ້າງຮູບແບບກະສິກຳ ເພື່ອປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ