ສ​ປ​ປ ເກົາຫຼີ ແລະ ຈີນ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອ​ມ​ກ່ຽວ​ກັບຫຼາຍ​ບັນ​ຫາ​ສຳ​ຄັນ

(VOVWORLD) -ວັນທີ 22 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ  (KCNA) ໃຫ້ຂ່າວກ່ຽວກັບເລື່ອງການນຳ Kim Jong-un ແລະ ປະທານປະເທດຈີນ ສີຈີ້ນຜິງ ບັນລຸໄດ້ຄວາມເຫັນດີເຫນພ້ອມກ່ຽວກັບ “ຫຼາຍບັນຫາສຳຄັນ”, ພ້ອມທັງເຫັນດີເປັນເອກະສັນຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບສອງຝ່າຍໃນໄລຍະຈະມາເຖິງ.
ສ​ປ​ປ ເກົາຫຼີ ແລະ ຈີນ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອ​ມ​ກ່ຽວ​ກັບຫຼາຍ​ບັນ​ຫາ​ສຳ​ຄັນ - ảnh 1

(ພາບ: Xinhua)

       ຕາມ KCNA ແລ້ວ, ໃນງານລ້ຽງເມື່ອຕອນທ່ຽງວັນທີ 21 ມິຖຸນາ ຊື່ງແມ່ນມື້ສຸດທ້າຍໃນການຢ້ຽມຢາມ ສປປ.ເກົາຫຼີ  ຂອງປະທານປະເທດຈີນ ສີຈີ້ນຜິງ, ການນຳສອງທ່ານໄດ້ປຶກສາຫາລືບັນດາແຜນການເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ, ກໍ່ຄືເຕື້ອງເຖິງ “ບັນດານະໂຍບາຍຕົ້ນຕໍພາຍໃນ ແລະ ຕ່າງປະເທດ” ຂອງແຕ່ລະປະເທດ. ນອກຈາກນັ້ນແລ້ວ, ການນຳ Kim Jong-un ແລະ ປະທານປະເທດຈີນ ສີຈີ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາຍໃນປະເທດ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຂ່າວດັ່ງກ່າວຂອງ KCNA ໄດ້ຍົກອອກມາບໍ່ດົນ ພາຍຫຼັງທີ່ທ່ານປະທານປະເທດຈີນ ສີຈີ້ນຜິງ ສີ້ນສຸດການຢ້ຽມຢາມ ສປປ.ເກົາຫຼີ. ໃນການພົບປະເຈລະຈາເມື່ອວັນທີ 20 ມິຖຸນາທີ່ນະຄອນຫຼວງພຽງຢາງ, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຈະປັບປຸງການພົວພັນສອງຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ