ສປປ.ລາວມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນ ແລະ ຕຳຫຼວດແຂວງດ້ຽນບຽນ

(VOVWORLD) -ວັນທີ 23 ພຶດສະພາ, ທີ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ປະເທດຫວຽດນາມ ໄດ້ຈັດຕັ້ງພິທີຮັບຫຼຽນໄຊມິດຕະພາບຈາກ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ຊຶ່ງມອບໃຫ້ແກ່ ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ ຕຳຫຼວດປະຊາຊົນແຂວງດ້ຽນບຽນ.

ສປປ.ລາວມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນ ແລະ ຕຳຫຼວດແຂວງດ້ຽນບຽນ - ảnh 1ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນ້ຳທາ ມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນແຂວງດ້ຽນບຽນ 

(ພາບ: TTXVN)

ທີ່ພິທີ, ທ່ານ ເພັດຖາວອນ ພິລາວັນ ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ໄດ້ມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ ຕຳຫຼວດແຂວງດ້ຽນບຽນ.

        ທ່ານ ເພັດຖາວອນ ພິລາວັນ ເນັ້ນໜັກວ່າ ໃນສະໄໝຕໍ່ສູ້ກູ້ຊາດຂອງລາວ, ແຂວງດ້ຽນບຽນ ແມ່ນຖານທີ່ໝັ້ນແຫ່ງໜຶ່ງໃຫ້ການປະຕິວັດລາວ. ກຳລັງທະຫານອາສາສະໝັກຫວຽດນາມໄດ້ມີກອງພັນນ້ອຍຫຼາຍກອງເຂົ້າຮ່ວມບັ້ນຮົບປົດປ່ອຍບັນດາແຂວງຢູ່ທາງພາກເໜືອຂອງລາວ, ພິເສດແມ່ນ ບັ້ນຮົບປົດປ່ອຍແຂວງຫຼວງນ້ຳທາ ເມື່ອປີ 1962. ແລ້ວມາຮອດສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ, ແຂວງດ້ຽນບຽນຍັງຄົງສືບຕໍ່ໃຫ້ການຮ່ວມມື ແລະ ໜູນຊ່ວຍແຂວງຫຼວງນ້ຳທາ ເປັນຕົ້ນແມ່ນ ການຮ່ວມມືໃນຂົງເຂດການຄ້າ, ການບໍລິການ, ການທ່ອງທ່ຽວ, ວັດທະນະທຳພື້ນເມືອງ; ໜູນຊ່ວຍແຂວງຫຼວງນ້ຳທາໃນຂົງເຂດວັດທະນະທຳ-ສັງຄົມ, ກະສິກຳ ແລະ ປ່າໄມ້, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ນອກນັ້ນ, ຕຳຫຼວດແຂວງດ້ຽນບຽນ ກໍໄດ້ໜູນຊ່ວຍແຂວງຫຼວງນ້ຳທາ ຈຳນວນເງິນ 300.000 USD ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ