ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເລີ່ມດຳເນີນການເຈລະຈາກ່ຽວກັບການຮ່ວມມືດ້ານເສດຖະກິດ

(VOVWORLD) -ວັນທີ 25 ມິຖຸນາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຈະເລີ່ມດຳເນີນບັນດາການເຈລະຈາຂັ້ນນັກວິຊາການກັບ ສປປ.ເກົາຫຼີ ໃນອາທິດນີ້ ກ່ຽວກັບບັນດາໂຄງການເສດຖະກິດສອງຝ່າຍ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນວັນທີ 27 ເມສາ ຜ່ານມາ.

ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເລີ່ມດຳເນີນການເຈລະຈາກ່ຽວກັບການຮ່ວມມືດ້ານເສດຖະກິດ - ảnh 1ການເຈລະຈາຂັ້ນສູງລະຫວ່າງຄະນະຜູ້ແທນ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຢູ່ບ້ານຢຸດຮົບປານມູນຈອມ ໃນວັນທີ 1 ມິຖຸນາ

(ພາບ: THX/TTXVN)

ຕາມກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ແລ້ວ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຄາດວ່າຈະຈັດຕັ້ງກອງປະຊຸມໃນວັນທີ 25 ມິຖຸນາຢູ່ສຳນັກງານປົກຄອງຂອງ ສ.ເກົາຫຼີ ຢູ່ບ້ານຢຸດຮົບ ປານມູນຈອມ - ເພື່ອປຶກສາຫາລືກ່ຽວກັບເລື່ອງເຊື່ອມຕໍ່ ແລະ ສ້າງບັນດາເສັ້ນທາງລົດໄຟຂ້າມຊາຍແດນໃຫ້ເປັນທັນສະໄໝ.

        ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຍັງຄາດຄະເນວ່າ ຈະຈັດຕັ້ງບັນດາການເຈລະຈາຕ່າງຫາກກ່ຽວກັບການຮ່ວມມືທີ່ກ່ຽວຂ້ອງເຖິງທາງບົກ ໃນວັນທີ 28 ມິຖຸນາ ຢູ່ Tongilgak - ຕຶກອາຄານທີ່ປານມູນຈອມ ນອນໃນບໍລິເວນຂອງ ສປປ.ເກົາຫຼີ. ນອກນັ້ນ, ວັນທີ 27 ມິຖຸນາ ຈະດຳເນີນການພົບປະລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ກ່ຽວກັບການຮ່ວມມືທາງດ້ານປ່າໄມ້, ແຕ່ສະຖານທີ່ຈັດການເຈລະຈານັັ້ນ ຍັງບໍ່ທັນໄດ້ຕັດສິນເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ