ສປປ.ເກົາຫຼີຖະແຫຼງທົດລອງເຄື່ອງຈັກລູກສອນໄຟໃໝ່ສຳເລັດຜົນ

ສປປ.ເກົາຫຼີຖະແຫຼງທົດລອງເຄື່ອງຈັກລູກສອນໄຟໃໝ່ສຳເລັດຜົນ - ảnh 1
ການນຳ Kim Jong un 
(ພາບ:
 AFP)

(vovworld) – ​ ວັນ​ທີ 20/9, ສຳນັກ​ຂ່າວສານ​ສູນ​ກາງ ສປປ. ​ເກົາຫຼີ (KCNA) ໃຫ້​ຂ່າວ​ວ່າ: ປະ​ເທດ​ນີ້​ໄດ້​ທົດ​ລອງ​ເຄື່ອງ​ຈັກ​ລູກ​ສອນ​ໄຟ​ລຸ້ນ​ໃໝ່ໃນ​ໜ້າ​ດິນ​ສຳ​ເລັດ​ຜົນ. ຕາມ KCNA ​ແລ້ວ, ຈຸດປະສົງ​ຂອງ​ການ​ທົດ​ລອງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຮັບຮອງ, ການ​ເຄື່ອນ​ໄຫວ​ຊັດ​​ເຈນ​ຂອງ​ເຄື່ອງ​ຈັກ. ​ເປັນ​ອັນວ່າ, ດ້ວຍຜົນສຳ​ເລັດ​ດັ່ງ​ກ່າວ​, ​ເຄື່ອງ​ຈັກ​ນີ້​ຈະ​ນຳ​ມາໃຫ້​ ສປປ. ​ເກົາຫຼີ “​ຄວາມ​ສາມາດ​ຢ່າງ​ພຽງພໍ ກ່ຽວ​ກັບ​ລູກ​ສອນ​ໄຟ​ຍູ້​ເພື່ອ​ຍິງ​ດາວ​ທຽມ​ປະ​ເພດ​ອື່ນໆ, ​ໃນ​ນັ້ນ ມີ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ ​ໃນ​ລະດັບ​ສາກົນ”. ການ​ນຳ ສປປ. ​ເກົາຫຼີ Kim Jong Un ​ໄດ້ຢ້ຽມຢາມ​ສູນ​ອາ​ວະ​ກາດ Sohae ຢູ່​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ນີ້​ເພື່ອ​ຊີ້​ນຳ​ການ​ທົດ​ລອງ. ທ່ານ Kim ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​​ໃຈຕໍ່​ໝາກຜົນ​ການ​ທົດ​ລອງ ​ແລະ ຮຽກຮ້ອງ​ບັນດາ​ເຈົ້າ​ໜ້າ​ທີ່​ກໍ່​ຄື​ບັນດາ​ນັກວິທະຍາສາດ​ປະຕິບັດ​ສຳ​ເລັດ​ໃນ​ການ​ກະກຽມ​ເພື່ອ​ຍິງ​ດາວ​ທຽມ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ​ບົນ​ພື້ນຖານ​ການ​ທົດ​ລອງ​ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ