ສປປ.ເກົາຫຼີຢາກປັບປຸງການພົວພັນກັບສ.ເກົາຫຼີຜ່ານASIAD2014

ສປປ.ເກົາຫຼີຢາກປັບປຸງການພົວພັນກັບສ.ເກົາຫຼີຜ່ານASIAD2014 - ảnh 1
ການ​ນຳ ສປປ ​ເກົາຫຼີ Kim Jong Un
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 20/7, ການ​ນຳ ສປປ ​ເກົາຫຼີ Kim Jong Un ຢືນຢັນ​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ປະ​ເທດ​ນີ້​ຢູ່​ງານ​ມະຫາ​ກຳ​ກິລາ ອາຊີ (ASIAD), ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່​ນະຄອນ Incheon, ສ. ​ເກົາຫຼີ ​ໃນ​ເດືອນ 9 ຈະ​ມາ​ເຖິງ, ຈະ​ຊ່ວຍປັບ​ປຸງ​ກາ​ນພົວພັນຂ້າມ​ຊາຍ​ແດນ. ການ​ກະທຳ​ນີ້​ຖືກ​ດຳ​ເນີນ​ພາຍຫຼັງ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ລະຫວ່າງ 2 ພາກ​ ​ເກົາຫຼີ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ ສປປ ​ເກົາຫຼີ ຢູ່​ເຫດການ​​ແຂ່ງຂັນ​ກິລາ ASIAD ຍັງ​ບໍ່ທັນ​ບັນ​ລຸ​ໝາກຜົນພຽງ 2, 3 ວັນ.

    ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA) ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ການ​ນຳ​ປະ​ເທດ​ນີ້​ໂດຍ​ໃຫ້​ຮູ້​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ກິລາ ສປປ ​ເກົາຫຼີ ຢູ່ ASIAD 17 ຈະ​ສ້າງ​ກາລະ​ໂອກາດ​ສຳຄັນ​ໃຫ້​ແກ່​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ ພາກ​ໃຕ້ - ພາກ​ເໜືອ ​​ເກົາຫຼີ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄື​ນ​ໃໝ່​ລະຫວ່າງ 2 ພາກ​ເກົາຫຼີ.

    ກ່ອນໜ້າ​ນັ້ນ, ສປປ ​ເກົາຫຼີ ​ໄດ້​ປະກາດ​ຈະ​ສົ່ງ​ຄະນະ​ລວມມີປະມານ 700 ຄົນ, ​ໃນ​ນັ້ນ​ມີ​ນັກ​ກິລາ 150 ຄົນ ​ແລະ ກອງ​ເຊຍ 350 ຄົນ​ເຂົ້າຮ່ວມ ASIAD 17 ທີ່​ຖືກ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 19/9 – 4/10 ຢູ່ Incheon, ສ. ​ເກົາຫຼີ.



ຂ່າວ/ບົດ​ອື່ນ