ສປປເກົາຫລີມີຄວາມປະຕິກິລິຍາກ່ຽວກັບເລື່ອງສະພາຄວາມໝັ້ນຄົງສປຊກ່າວປະນາມເຫດຍິງລູກສອນໄຟ

ສປປເກົາຫລີມີຄວາມປະຕິກິລິຍາກ່ຽວກັບເລື່ອງສະພາຄວາມໝັ້ນຄົງສປຊກ່າວປະນາມເຫດຍິງລູກສອນໄຟ - ảnh 1
ການ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫລີ
ພາບ​ປະ​ກອບ: internet

(vovworld)- ສຳ​ນັກ​ຂ່າວ Yonhap ຂອງ ສ​ເກົາ​ຫລີ ໄດ້​ຄັດ​ແຫລ່ງ​ຂ່າວ​ຈາກ​ສຳ​ນັ​ກ​ຂ່າວ​ສູນ​ກາງ ສ​ປ​ປ ເກົາ​ຫລີ KCNA ໃຫ້​ຮູ້​ວ່າ: ວັນ​ທີ 25/6 ພຽງ​ຢາງ ໄດ້​ກ່າວ​ປະ​ນາມ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຍົກ​ອອກ​ຄຳ​ຖະ​ແຫລງ​ທາງ​ສື່ມວນ​ຊົນ ກ່າວ​ປະ​ນາມ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ກາງ​ຫວ່າງ​ແລ້ວນີ້​ຂອງ ສ​ປ​ປ ເກົາ ​ຫລີ. ວັນ​ທີ 22/6 ພາຍ​ຫລັງ ສ​ປ​ປ ເກົາ​ຫລີ ດຳ​ເນີນ​ການ​ຍິງ​ລູກ​ສອນ​ໄຟ​ໂດຍ​ປະ​ເທດນີ້​ຜະ​ລິດ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮຽກ​ໂຮມ​ການ​ປະ​ຊຸມ​ດ່ວນ ແລະ ອອກ​ຖະ​ແຫລງ​ການ​ທາງ​ສື່ມວນ​ຊົນ​ໂດຍ​ຖື​ວ່າ ການ​ກະ​ທຳ​ນີ້​ຂອງ ສ​ປ​ປ ເກົາ​ຫລີ “ແມ່ນ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງ ​ບັນ​ດາ​ມະ​ຕິ​ຂອງ ສປ​ຊ ຫ້າມ​ພຽງ​ຢາງ​ພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ສ​ປ​ປ ເກົາ​ຫລີ ພາຍ​ຫລັງ​ເຫດ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ