ສົມ​ທົບ​ກັ​ນ​ປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົ​ນ “ຕຳຫຼວດ​ທະ​ເລ​ຮ່ວມ​ເດີ​ນ​ທາງ​ກັບ​ຊາວ​ປະ​ມົງ”

(VOVWORLD) -ວັນທີ 20 ສິງຫາ, ຢູ່ນະຄອນ ແຣັກຢ໊າ, ຄະນະປະຈຳຄະນະພັກຕຳຫຼວດທະເລໄດ້ສົມທົບກັບຄະນະປະຈຳຄະນະພັກແຂວງ ກຽນຢາງ ຈັດຕັ້ງການລົງນາມໃນລາຍການສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ”
ສົມ​ທົບ​ກັ​ນ​ປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົ​ນ “ຕຳຫຼວດ​ທະ​ເລ​ຮ່ວມ​ເດີ​ນ​ທາງ​ກັບ​ຊາວ​ປະ​ມົງ” - ảnh 1ການລົງນາມໃນລາຍການສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ” (ພາບ: TTXVN)

ລາຍການແມ່ນເພື່ອແນໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ, ບັນດາວິສາຫະກິດ, ປະຊາຊົນໃນບໍລິເວນແຂວງ ກຽນຢາງ ແລະ ບັນດາອົງການ, ສຳນັກງານ, ກົມກອງ, ພະນັກງານ, ນັກຮົບຂອງກຳລັງຕຳຫຼວດທະເລ, ຮ່ວມແຮງຮ່ວມໃຈກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາເສດຖະກິດທະເລ. ພ້ອມກັນນັ້ນ, ລາຍການ ວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ” ສືບຕໍ່ປະຕິບັດຢ່າງມີປະສິດທິຜົນ ແລະ ທະວີຄູນ ຢ່າງກ້ວາງຂວາງໃນບັນດາເມືອງ, ນະຄອນແຄມຝັ່ງທະເລ, ເມືອງເກາະຂອງແຂວງ ກຽນຢາງ. ຜ່ານນັ້ນ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ, ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນເຂດທະເລ, ໝູ່ເກາະຂອງກຽນຢາງ.

        ທ່ານ ພົນຕີ ຮ່ວາງວັນດົ່ງ, ເລຂາຄະນະພັກແຂວງ, ກຳມະການການເມືອງກອງບັນຊາການຕຳຫຼວດທະເລ ຫວຽດນາມ ໃຫ້ຮູ້ວ່າ: ໃນ 2 ປີທີ່ຜ່ານມາ, ຮູບແບບດັ່ງກ່າວໄດ້ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນໃນການກໍ່ສ້າງ, ປົກປັກຮັກສາ ອຳນາດອະທິປະໄຕເຂດໝູເກາະໄວ້ຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ