ສື່ມວນຊົນ ມາເລເຊຍ ຕີລາຄາສູງວຽກງານຈັດຕັ້ງ APEC 2017 ຂອງ ຫວຽດນາມ

(VOVWORLD) - ໃນນັ້ນມີການເຂົ້າຮ່ວມຂອງບັນດາການນຳບາງພື້ນຖານເສດຖະກິດສະມາຊິກແຖວໜ້າຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານາທິບໍດີ ລັດເຊຍ Valdimir Putin, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພ້ອມກັບການນຳບັນດາພື້ນຖານເສດຖະກິດອື່ນໆອີກ
ສື່ມວນຊົນ ມາເລເຊຍ ຕີລາຄາສູງວຽກງານຈັດຕັ້ງ APEC 2017 ຂອງ ຫວຽດນາມ - ảnh 1 ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດ APEC

ດ້ວຍຫົວຂໍ້ “ຫວຽດນາມ ມານະພະຍາຍາມຢ່າງສູງສຸດເພື່ອ APEC 2017 ປະສົມຜົນສຳເລັດ”, ໜັງສືພິມ “The Malay Mail” ຂອງ ເມເລເຊຍ ຫາກໍ່ມີບົດຂຽນຕີລາຄາສູງວຽກງານຈັດຕັ້ງສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຂອງ ປະເທດເຈົ້າພາບ ຫວຽດນາມ.

        ບົດໜັງສືພິມ ໄດ້ໃຫ້ຂໍ້ສັງເກດວ່າ ກອງປະຊຸມສຸດຍອດ APEC 2017 ຢູ່ ດ່ານັ້ງ ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງໂລກ, ໃນນັ້ນມີການເຂົ້າຮ່ວມຂອງບັນດາການນຳບາງພື້ນຖານເສດຖະກິດສະມາຊິກແຖວໜ້າຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານາທິບໍດີ ລັດເຊຍ Valdimir Putin, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພ້ອມກັບການນຳບັນດາພື້ນຖານເສດຖະກິດອື່ນໆອີກ. ບົດໜັງສືພິມຖືວ່າ ຫວຽດນາມ ມານະພະຍາຍາມສ້າງເງື່ອນໄຂດີທີ່ສຸດ ເພື່ອຜົນສຳເລັດຂອງສັບປະດາຂັ້ນສູງ APEC, ຮັບປະກັນບັນດາການເຄື່ອນໄຫວໃນຂອບເຂດສັບປະດາຂັ້ນສູງໄດ້ດຳເນີນໄປຢ່າງສະດວກ, ສົມກຽດ, ຕອບສະໜອງບັນດາມາດຕະຖານຕາມທຳນຽມ APEC. ບົດໜັງສືພິມ ໄດ້ຕີລາຄາ ດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ປາດຖະໜາວ່າ ບັນດາພື້ນຖານເສດຖະກິດ ສະມາຊິກພ້ອມກັນແບ່ງປັນວິໄສທັດ, ກໍ່ຄືຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊີ - ປາຊີຟິກ ແຫ່ງສັນຕິພາບ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ເຊື່ອມຈອດ ແລະ ເຊື່ອມຕໍ່ຮອບດ້ານ, ສ້າງກາລະໂອກາດ ແລະ ການເຂົ້າຮ່ວມຢ່າງສະເໝີພາບໃຫ້ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ