ສື່ມວນຊົນ ສ.ເຊັກໂກ: ການຢ້ຽມຢາມ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສ້າງກໍາລັງໜູນຊຸກຍູ້ການຮ່ວມມືໃນອະນາຄົດ

(VOVWORLD) -ບັນດາຝ່າຍທັງໝົດ ລ້ວນແຕ່ຫວັງວ່າ ສັນຍາ ການຄ້າເສລີລະຫວ່າງຫວຽດນາມ - ອີຢູ ຈະໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໂດຍໄວ
ສື່ມວນຊົນ ສ.ເຊັກໂກ: ການຢ້ຽມຢາມ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສ້າງກໍາລັງໜູນຊຸກຍູ້ການຮ່ວມມືໃນອະນາຄົດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ເຊັກໂກ  Milos Zeman (ພາບ: VGP)

 ກ່ອນການຢ້ຽມຢາມ, ໃນໄລຍະດໍາເນີນການຢ້ຽມຢາມ ແລະ ພາຍຫຼັງສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃນລະຫວ່າງວັນທີ 16 – 17 ເມສາ ຜ່ານມາ, ມີບັນດາຊ່ອງໂທລະພາບ, ໜັງສືພິມ, ສະຖານີວິທະຍຸກະຈາຍສຽງ ຂອງ ສ.ເຊັກໂກ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ, ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມແມ່ນ ສ້າງກໍາລັງໜູນພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ - ສ.ເຊັກໂກ. ນອກຈາກນັ້ນ, ບັນດາພາຫະນະສື່ມວນຊົນ ສ.ເຊັກໂກ ຍັງເນັ້ນໜັກເຖິງ ຄໍາຢັ້ງຢືນຂອງ ທ່ານນາຍົກລັດຖະມົນຕີ Babis ທີ່ວ່າ ທ່ານສະໜັບສະໜູນເລື່ອງ ຫວຽດນາມ ລົງນາມໃນສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ອີຢູ ໂດຍໄວ ແລະ ອອກສະໝັກຮັບເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ຍັງໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີ Babis ໂດຍໃຫ້ຮູ້ວ່າ ບັນດາຝ່າຍທັງໝົດ ລ້ວນແຕ່ຫວັງວ່າ ສັນຍາ ການຄ້າເສລີລະຫວ່າງຫວຽດນາມ - ອີຢູ ຈະໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໂດຍໄວ, ພ້ອມກັນນັ້ນ ທ່ານຈະຕິດຕໍ່ກັບ ຄະນະກໍາມະການເອີຣົບ ລອງເບິ່ງວ່າ ສັນຍາສະບັບນີ້ສາມາດລົງນາມ ແລະ ຮັບຮອງເອົາ ກ່ອນການປ່ອນບັດເລືອກຕັ້ງ ລັດຖະສະພາເອີຣົບໄດ້ບໍ? 

ຕອບກັບ

ຂ່າວ/ບົດ​ອື່ນ