ສື່ມວນຊົນ ອາເມລິກາ ເລືອກເຟັ້ນ ອ່າວຮ້າລອງ ນອນໃນ Top 100 ມໍລະດົກ UNESCO ງາມທີ່ສຸດໃນໂລກ

(VOVWORLD) -ອ່າວຮ້າລອງຂອງຫວຽດນາມຖືກຈັດຢູ່ອັນດັບທີ 14. 
ສື່ມວນຊົນ ອາເມລິກາ ເລືອກເຟັ້ນ ອ່າວຮ້າລອງ ນອນໃນ Top 100 ມໍລະດົກ UNESCO ງາມທີ່ສຸດໃນໂລກ - ảnh 1 (ພາບປະກອບ)

ໜັງສືພິມ Newweek ຂອງ ອາເມລິກາ ຫາກໍແນະນໍາໃຫ້ຮູ້ບັນຊີລາຍຊື່ 100 ມໍລະດົກ ງາມທີ່ສຸດໃນໂລກ ເຊິ່ງຖືກ UNESCO ຮັບຮອງເອົາ, ລວມທັງບັນດາສິ່ງມະຫັດສະຈັນທໍາມະຊາດ ແລະ ສິ່ງມະຫັດສະຈັນໂດຍມະນຸດສ້າງຂຶ້ນ ຈາກທຸກແຫ່ງຫົນໃນທົ່ວປະເທດ. ໃນນັ້ນ, ອ່າວຮ້າລອງຂອງຫວຽດນາມຖືກຈັດຢູ່ອັນດັບທີ 14.

        ຕາມໜັງສືພິມ Newweek ແລ້ວ, ອ່າວຮ້າລອງ ນອນໃນອ່າວພາກເໜືອ, ລວມມີເກາະໃຫຍ່, ນ້ອຍ ປະມານ 1.600 ເກາະ, ອັນໄດ້ສ້າງທັດສະນີຍະພາບທີ່ສວຍສົດງົດງາມ ດ້ວຍບັນດາກຸ່ມຫີນປູນ. ຍ້ອນລັກສະນະທໍາມະຊາດຂອງມັນ, ບັນດາເກາະສ່ວນຫຼາຍແມ່ນບໍ່ມີຄົນຢູ່ ແລະ ບໍ່ຖືກຜົນສະທ້ອນຂອງມະນຸດ. ຄວາມງາມທີ່ຍອດຍິ່ງນ້ັນ ຍິ່ງເພີ່ມຫຼາຍຂຶ້ນ ເພາະມີຄຸນຄ່າດ້ານຊີວະພາບທີ່ເປັນເອກະລັກສະເພາະອີກດ້ວຍ.

         ສະຖານທີ່ 03 ແຫ່ງ ຢືນຢູູ່ອັນດັບແຖວໜ້າ ແມ່ນວັດ Angkor Wat ຢູ່ກໍາປູເຈຍ, ອັນດັບຕໍ່ໄປແມ່ນ Venice ຂອງ ອີຕາລີ ແລະ ລະບົບປະກາລັງ Great Barrier ຂອງອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ