ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ

ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ - ảnh 1
ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ​ທີ່​ການ​ເຮັດ​ວຽກ

(vovworld) - ວັນ​ທີ 28/4, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ໜັງ​ສື​ພິມ ເຍີນ​ເຢ​ີນ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ສື່ມວນ​ຊົນ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ສະ​ພາບ​ຕົວ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ສື່​ມວນ​ຊົນ, ສື່​ສານ​ມີ​ບົດ​ບາດ​ອັນ​ໃຫຍ່ຫຼວງ​ໃນ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສະ​ເໜີ​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນາ​ຕ້ອງ​ລົງ​ເລິກ​​ໄຈ້​ແຍກ​ກ່ຽວ​ກັບ​ບົດ​ບາດ​ຂອງ​ສື່ມວນ​ຊົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດ​ບັງຫຼວງ, ການ​ຟຸມ​ເຟືອຍ ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ​ຂອງ​ສື່​ມວນ​ຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ