ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີShinzo Abe

ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີShinzo Abe - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) -  ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ກາຍ​ເປັນ​ຫົວ​ເລື່ອງ​ພົ້ນ​ເດັ່ນ​ສຳລັບ​ສື່​ມວນ​ຊົນ ຍີ່ປຸ່ນ ​ໃນ​ວັນ​ທີ 17/01. ຂ່າວ ​ແລະ ຮູບ​ພາບ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​​ໄດ້ພິມ​ລົງ​ໜ້າ​ສຳຄັນ​ຂອງ​ໜັງສືພິມ​ໃຫຍ່​ຫລາຍ​ສະບັບ​ຂອງ​ຍີ່ປຸ່ນ​ຄື: ໃຫຍ່ຄັດ​ສະ​ເໜີຢ່າງ​ສົ​ມກຽດຄື: “Japan Times”, “Yomiuri”, “Nihon Keizai”…ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ​ ​ຄັ້ງ​ທີ 3  ຂອງ​ທ່ານ Shinzo Abe ບົນ​ຖານະ​ນາຍົກລັດຖະມົນຕີ ຍີ່ປຸ່ນ. ສື່​ມວນ​ຊົນ ຍີ່ປຸ່ນ ກໍ່ຍົກ​ອອກ​ການ​ພົວພັນ​ມິດຕະພາບ​ ​ແລະ ການຮ່ວມ​ມືທີ່ມີ​ປະສິດທິ​ຜົນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ 2 ປະ​ເທດ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ຫລາຍ​ບັນຫາ​ຄື: ການ​ຮ່ວມ​ມື​ເພື່ອ​ຮັບປະກັນ​ຄວາມ​​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຊຸກຍູ້​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າ​ມປາຊີ​ຟິກ (TPP) , ພ້ອມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ຂອງ ຍີ່ປຸ່ນ ທີ່​ສະຫງວນ​ໃຫ້ ຫວຽດນາມ. ສຳລັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ, ສື່​ມວນ​ຊົນ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ຄຳ​ໝັ້ນ​ສັນຍາ​ຂອງທ່ານ​ນາຍົກລັດຖະມົນຕີ Shinzo Abe ທີ່ສະໜອງ​ໃຫ້​ແກ່ ຫວຽດນາມ ກ່ຳ​ປ່ັນ​ລາດຕະ​ເວນ​​ໃໝ່ 6 ລຳ ​ເພື່ອ​ແນ​ໃສ່​ຊ່ວຍ ຫວຽດນາມ ​ເພີ່ມ​ທະວີຄວາມ​ສາມາດ​ໃນການ​ລາດຕະ​ເວນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສື່​ມວນ​ຊົນ ຍີ່ປຸ່ນ ກໍ່​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໂດຍຢືນຢັນ​ວ່າ ຫວຽດນາມ ຊົມ​ເຊີຍ ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ແລະ ​ເນັ້ນ​ໜັກວ່າ 2 ປະ​ເທດ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ຄວາມ​ສຳຄັນ​ຂອງ​ເລື່ອງ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພຢູ່​ທະ​ເລຕາ​ເວັນ​ອອກ, ຊຸກຍູ້​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

 

ຂ່າວ/ບົດ​ອື່ນ