ສື່ມວນຊົນລາວຍ້ອງຍໍຊົມເຊີຍໄຊຊະນະປະຫວັດສາດດ້ຽນບຽນຝູ

ສື່ມວນຊົນລາວຍ້ອງຍໍຊົມເຊີຍໄຊຊະນະປະຫວັດສາດດ້ຽນບຽນຝູ - ảnh 1
ພາບປະກອບ

(vovworld) – ​ໃນ​ຊຸມ​ມື້​ນີ້, ບັນດາ​ໜັງສືພິມ​ຂອງ​ລາວ ​ໄດ້​ລົງ​ພິມ​ຂ່າວ ແລະ ພາບ​ທີ່​ຍ້ອງຍໍ​ຊົມ​ເຊີຍ ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ ການ​ພົວພັນ​ພິ​ເສດ ຫວຽດນາມ - ລາວ. ດ້ວຍ​ຫົວ​ຂໍ້​ວ່າ: “ສະພາບ​ການ​ຢູ່ ອິນດູຈີນ ​ໃນ​ຊຸມ​ປີ 1950”, ໜັງສືພິມ ປະຊາຊົນ, ສຽງ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ, ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ປະຫວັດສາດ​ໃນ​ການ​ຕໍ່ສູ້​ຂອງ​ປະຊາຊົນ 3 ປະ​ເທດ​ອິນດູຈີນ ຕ້ານພວກ​ລ່າ​ເມືອງ​ຂຶ້ນ ຝຣັ່ງ ​ໃນ​ເມື່ອ​ກ່ອນ. ບົດ​ໜັງສືພິມ​ຢືນຢັນ​​ໄຊຊະນະ ດ້ຽນບຽນ​ຝູ ​ໄດ້​ສະ​ແດງ​ກຳລັງ​ແຮງ​ຂອງ​ກອງທັບ​ ​ແລະ ປະຊາຊົນ ຫວຽດນາມ.

​ໃນ​ຂະນະ​ນັ້ນ, ບົດ​ຂຽນ “ສຽງ​ກ້ອງ​ກັນ​ວານ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູທີ່​ຍິ່ງ​ໃຫຍ່” ຂອງ​ໜັງສືພິມ “ວຽງ​ຈັນ​ໃໝ່” ຊີ້​ແຈ້ງໃຫ້ເຫັນວິລະ​ກຳ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ​ ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ, ບັ້ນ​ຮົບ​ມີ​ຄວາມ​ໝາຍ​ປະຫວັດສາດ​ສຳລັບ​ລະບອບ​ລ່າ​ເມືອງ​ຂຶ້ນ​​​ແບບ​ເກົ່າ​ຢູ່ ອິນດູຈີນ ​ແລະ ​ເປີດ​ໄລຍະໃໝ່​ໃຫ້​ບັນດາ​ປະ​ເທດ​ຖືກກົດ​ຂີ່​ຂຸດ​ຮີດ.

ດ້ວຍ​ຫົວ​ຂໍ້​ກ່ຽວ​ກັບ ດ້ຽນບຽນ​ຝູ ເຊັນດຽວກັນ, ໜັງສືພິມ Vientiane Time ຊີ້​ແຈ້ງວ່າ: ​ໄຊຊະ​ນະ ດ້ຽນບຽນ​ຝູ ​ແມ່ນ​ເຫດການ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໄຊຊະນະ ດ້ຽນບຽນ​ຝູ ມີ​ຄວາມ​ໝາຍສຳຄັນ​ພິ​ເສດ​ສຳລັບ​ການ​ພົວພັນ​ມິດ​ຕະພາບ​​ແບ​ບພິ​ເສດ ລາວ ​ແລະ ຫວຽດນາມ , ພ້ອມ​ກັນ​ຕໍ່ສູ້​ຕ້ານ​ສັດຕູ​ລວມ​ເພື່ອ​ປົດປ່ອຍ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ