ສື່ມວນຊົນລາວໃຫ້ຂ່າວ ກ່ຽວກັບພິທີສະເຫຼີມ ສະຫຼອງ 37 ປີແຫ່ງວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື

ສື່ມວນຊົນລາວໃຫ້ຂ່າວ ກ່ຽວກັບພິທີສະເຫຼີມ ສະຫຼອງ 37 ປີແຫ່ງວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື - ảnh 1

(ພາບປະກອບ)

 (vovworld)- ​ ​ເນື່ອງ​ໃນ​ໂອກາດ 37 ປີ​ແຫ່ງ​ວັນເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ລາວ (18/7/1977-18/7/2014), ໜັງສືພິມ​ຕ່າງໆ​ຂອງ​ລາວ ​ໄດ້​ລົງ​ພິມ​ບັນດາ​ບົດ, ຂ່າວ ​ແລະ ຮູບ​ພາບກ່ຽວ​ກັບ​ເຫດການ​ນີ້. ໜັງສືພິມ​ປະຊາຊົນ​ສຽງ​ຂອງ​ພັກ ປຊຊ ປະຕິວັດ​ລາວ ​ໄດ້​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ຜົນງານ​ພົ້ນ​ເດັ່ນ​ໃນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ“ ຊື່​ງ​ໄດ້​ສະຫລຸບ​ບັນດາ​ໝາກຜົນ​ແຫ່ງ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ສັງຄົມ…​ເພື່ອ​ຢັ້ງຢືນ​ໃຫ້​ແກ່​ການ​ພັດທະນາສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ ​ໃນ​ຕະຫຼອດ​ຫຼາຍ​ສິບປີຜ່ານມາ​ຢ່າງ​ບໍ່​ຢຸດ​ຢັ້ງ.

   ບັນດາ​ໜັງສຶພິມປະ​ເທດ​ລາວ, ວຽງ​ຈັນ​ໃໝ່, ຂ່າວສານ, ລາວ​ພັດທະນາ, ​ໂທລະພາບ​ແຫ່ງ​ຊາດ​ລາວ…​ລ້ວນ​ແຕ່​ໄດ້​ໃຫ້​ຂ່າວ, ບົດ, ຮູບ​ພາບ, ບົດ​ສາລະ​ຄະດີ​ແນະນຳ​ກ່ຽວ​ກັບ​ຜົນງານ​ອັນ​ໃຫ່ຍຫຼວງ​ຂອງ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ ​ແລະ ຜົນງານ​ແຫ່ງ​ສາຍ​ພົວພັນ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລາວ-​ຫວຽດນາມ. ບັນດາ​ບົດ​ຂຽນ​ຢັ້ງຢືນ​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເພິ່ມພູນ​ຄູນ​ສ້າງ ​ແລະ ພັດທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ./.

ຂ່າວ/ບົດ​ອື່ນ