ສື່ມວນຊົນ-ວິສາຫະກິດຮ່ວມເດີນທາງກັບAPEC2017

(VOVWORLD) - ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງ ລາຍການ “ສື່ມວນຊົນ - ວິສາຫະກິດຮ່ວມເດີນທາງກັບ APEC 2017”. 

ສື່ມວນຊົນ-ວິສາຫະກິດຮ່ວມເດີນທາງກັບAPEC2017 - ảnh 1 ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC)

(ພາບ: ຫວຽດຮ່າ)

ປີ 2017 ຫວຽດນາມ ມີຄວາມເປັນກຽດແມ່ນປະເທດເຈົ້າພາບຈັດຕັ້ງເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC), ເຊິ່ງແມ່ນເຫດການການຕ່າງປະເທດໃຫຍ່ສຸດໃນປີ ຂອງຫວຽດນາມ. ເຫດການນີ້ ເປີດກາລະໂອກາດຊ່ວຍຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ ແລະ ເພີ່ມທະວີການພົວພັນກັບບັນດາປະເທດໃນ APEC. ທີ່ການພົບປະແລກປ່ຽນ, ຜູ້ຕາງຫນ້າ ສະມາຄົມນັກຂ່າວ ຫວຽດນາມ ແລະ ບັນດາວິສາຫະກິດ ໄດ້ແບ່ງປັນກ່ຽວກັບການພົວພັນລະຫວ່າງ ສື່ມວນຊົນ ແລະ ວິສາຫະກິດ. ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ເນັ້ນຫນັກວ່າ:

        “ວິສາຫະກິດ ຢາກໄດ້ຮັບການຊ່ວຍເຫລືອຈາກສື່ມວນຊົນເພື່ອແຈ້ງຂໍ້ມູນຂ່າວ, ໂຄສະນາເຄື່ອງໝາຍການຄ້າຜະລິດຕະພັນ, ການບໍລິການ. ກົງກັນຂ້າມ, ສື່ມວນຊົນ ຖືວິສາຫະກິດ, ນັກທຸລະກິດແມ່ນແຫຼ່ງກຳເນີດຫົວເລື່ອງທີ່ອຸດົມສົມບູນ, ຫລາຍຮູບຫລາຍແບບ, ແມ່ນແຫລ່ງເກີດອາລົມເພື່ອປະດິດຄິດແຕ່ງ. ສື່ມວນຊົນ ແລະ ວິສາຫະກິດ ຄວນມຸ້ງໄປເຖິງ ແລະ ຍົກສູງລັກສະນະເປັນອາຊີບໃນການສະຫນອງ ແລະ ແກ້ໄຂຂໍ້ມູນຂ່າວ ພ້ອມທັງເພີ່ມຄວາມແບ່ງປັນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ”

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍ ວິສາຫະກິດ 40 ແຫ່ງທີ່ມີກຳລັງຄວາມສາມາດແກ້ງແຍ້ງເຊື່ອມໂຍງຢ່າງໝັ້ນຄົງ ແລະ ຮ່ວມເດີນທາງກັບສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ