ສື່ມວນຊົນສປປ.ເກົາຫຼີ ຖະແຫຼງຂ່າວກ່ຽວກັບກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ທ່ານ Kim Jong –un ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.
ສື່ມວນຊົນສປປ.ເກົາຫຼີ ຖະແຫຼງຂ່າວກ່ຽວກັບກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ  - ảnh 1ການນໍາ ສປປ.ເກົາຫຼີີ Kim Jong –un ໄດ້ເລີ່ມອອກຈາກສະຖານີລົດໄຟພຽງຢາງ ເດີນທາງໄປຍັງຮ່າໂນ້ຍ  (ພາບ: KCNA/Reuters)

ວັນທີ 24 ກຸມພາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີີ (KCNA) ໄດ້ໃຫ້ຂ່າວວ່າ ຕອນບ່າຍວັນທີ 23 ກຸມພາ, ການນໍາ ສປປ.ເກົາຫຼີີ Kim Jong –un ໄດ້ເລີ່ມອອກຈາກສະຖານີລົດໄຟພຽງຢາງ ເດີນທາງໄປຍັງຮ່າໂນ້ຍ ເພື່ອຈັດຕັ້ງການພົບປະຂັ້ນສຸດຍອດຄັ້ງທີ 2 ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນອາທິດນີ້. ຕິດຕາມການນໍາ Kim Jong –un ໃນການເດີນທາງຄັ້ງນີ້ ມີເຈົ້າໜ້າທີ່ຂັ້ນສູງຫຼາຍຄົນ. ກໍຕາມສໍານັກຂ່າວສານ KCNA ແລ້ວ, ທ່ານ Kim Jong –un ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ນີ້ແມ່ນຄັ້ງທໍາອິດທີ່ ສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບການພົບປະສຸດຍອດ ຄັ້ງທີ 2ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.


 

ຕອບກັບ

ຂ່າວ/ບົດ​ອື່ນ