ສື່ມວນຊົນສາກົນ ສະແດງຄວາມໂສກເສົ້າເສຍດາຍ ຕໍ່ການເຖິງແກ່ມໍລະນະກຳ ຂອງທ່ານປະທານປະເທດເຈິ່ນດ້າຍກວາງ

(VOVWORLD) - “ກູບາ ຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງທ່ານ ປະທານປະເທດ ເຈິ່ນດ້າຍກວາງ”.

ນັບແຕ່ຈຸດເວລາປະທານປະເທດ ຫວຽດນາມ ໄດ້ລ່ວງລັບໄປ ໃນວັນທີ 21 ກັນຍາ, ບັນດາອົງການສື່ມວນຊົນສາກົນກໍ່ໄດ້ອອກຂ່າວຢ່າງລຽນຕິດ, ພ້ອມກັບຊີວະປະຫັວດຫຍໍ້ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພ້ອມທັງເຕື້ອງເຖິງບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງທ່ານ ປະທານ ເຈິ່ນດ້າຍກວາງ ທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ. ມີຫຼາຍບົດຂຽນໄດ້ເນັ້ນໜັກເປັນພິເສດເຖິງບົດບາດຂອງທ່ານປະທານປະເທດເຈິ່ນດ້າຍກວາງ ໃນຂົງເຂດການພົວພັນຕ່າງປະເທດ, ອັນໄດ້ຊ່ວຍຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ.

ໜັງສືພິມ Granma ຂອງ ກູບາ ໄດ້ມີບົດຂຽນວ່າ: “ກູບາ ຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງທ່ານ ປະທານປະເທດ ເຈິ່ນດ້າຍກວາງ”. ໃນບົດຂຽນຖືວ່າ ການຈາກໄປຂອງ ທ່ານປະທານປະເທດຫວຽດນາມ ແມ່ນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບປະເທດຫວຽດນາມເທົ່ານັ້ນ ຫາກຍັງສຳລັບລັດຖະບານ ແລະ ປະຊາຊົນ ກູບາ ບົນພື້ນຖານການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງຊາດອີກດ້ວຍ. ໜັງສືພິມ Prensa Latina ຖືທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນ “ເພື່ອນຜູ້ຍິ່ງໃຫຍ່” ຂອງກູບາ, ທ່ານໄດ້ຊຸກຍູ້ການພົວພັນປະຫວັດສາດຂອງ ໄມຕີຈິດມິດຕະພາບຖານອ້າຍນ້ອງ ລະຫວ່າງສອງຊາດ ຢ່າງແຮງ.

ໜັງສືພິມລາຍວັນຂອງຈີນ (Chinadaily) ກໍ່ໄດ້ມີບົດຂຽນກ່ຽວກັບ ຊຸມວັນເຮັດວຽກສຸດທ້າຍຂອງ ທ່ານປະທານປະເທດ ເຈິ່ນດ້າຍກວາງ ດ້ວຍການເປັນປະທານ ພິທີຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ບັນດາອົງການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14 ຢູ່ນະຄອນຫຼວງຮ່າໂນ້ຍ, ໃນສອງມື້ກ່ອນທີ່ທ່ານເຖິງແກ່ມໍລະນະກຳ.

ໃນຂະນະນັ້ນ, ໜັງສືພິມລາຍວັນ Gazeta, ສຳນັກຂ່າວສານ TASS ຂອງລັດເຊຍ ກໍ່ໄດ້ຫວນຄືນບັນດາການປະກອບສ່ວນສຳຄັນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ຕໍ່ສາຍພົວພັນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ.

ສ່ວນບັນດາອົງການສື່ມວນຊົນໃຫຍ່ ຂອງອາເມລິການ ຄື CNN, ໄປສະນີ ວໍຊິງຕັນ ກໍ່ໄດ້ສັນລະເສີນ ບັນດາການປະກອບສ່ວນອັນໃຫຍ່ຫຼວງ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນການຊຸກຍູ້ການພົວພັນສອງຝ່າຍ, ດ້ວຍຂີດໝາຍພິເສດຜ່ານບັນດາການເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ ສອງທ່ານຄື ທ່ານ Barack  Obama ແລະທ່ານປະທານາທິບໍດີ Donald Trump

ສ່ວນບັນດາອົງການສື່ມວນຊົນໃຫຍ່ ຂອງຍີ່ປຸ່ນ ຄືສະຖານີວິທະຍຸ ແລະ ໂທລະພາບ NHK, ຂ່າວສານຍີ່ປຸ່ນ (Japan News), ໜັງສືພິມຍີ່ປຸ່ນ  (Japan Times), Asahi… ລ້ວນແຕ່ຫວນຄືນຊີວະປະຫວັດຫຍໍ້, ໃນນັ້ນໄດ້ເຕື້ອງເຖິງບັນດາ ຕຳແໜ່ງສຳຄັນ ເຊິ່ງ   ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຄີຍໄດ້ດຳລົງຕຳແໜ່ງ ນັບແຕ່ປີ 1975 ຈົນມາຮອດປັດຈຸບັນ.

 ບັນດາສຳນັກຂ່າວສານ AFP ຂອງຝຣັ່ງ ແລະ  Rueters ຂອງອັງກິດ ກໍ່ໄດຄັດສະເໜີ ຄຳເວົ້າ ຂອງໂຄສົກກະຊວງການຕ່າງປະເທດຈີນ ທ່ານ ລູ້ຄ່າງ ທີ່ໄດ້ຍ້ອງຍໍສັນລະເສີນ ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ວ່າແມ່ນການນຳທີ່ໂດດເດັ່ນ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດແຫ່ງການປະຕິຮູບການພັດທະນາ ແລະ ເປີດປະຕູຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ