ສື່ມວນຊົນສາກົນຍ້ອງຍໍໄຊຊະນະຂອງທິມບານເຕະຫວຽດນາມ

(VOVWORLD) -ສື່ມວນຊົນສາກົນໄດ້ຍ້ອງຍໍໄຊຊະນະຂອງທິມບານເຕະຫວຽດນາມ ທີ່ຊະນະຕໍ່ທິມບານເຕະ ຈໍແດນ, ຜ່ານນັ້ນກໍ່ລອດເຂົ້າໃນການແຂ່ງຂັນຮອບ 4 ທິມ ASIAN Cup 2019.

ສຳນັກຂ່າວສານ Reuters (ອັງກິດ) ຕີລາຄາວ່າ ທິມບານເຕະຫວຽດນາມ ມີເກມການຫຼີ້ນໃນການແຂ່ງຂັນດີທີ່ສຸດ, ສົມທົບກັນໄດ້ເປັນຢ່າງດີ ແລະ ມີລີລາໃນການເຕະ.

        ເວັບໄຊ Fox Sports Asia ໄດ້ຄັດບັນດາຄຳວິເຄາະຂອງແຟນບານຢູ່ທົ່ວອາຊີ ທີ່ຍ້ອງຍໍໄຊຊະນະຂອງທິມບານເຕະຫວຽດນາມ. ແຟນບານສ່ວນຫຼາຍລ້ວນແຕ່ຖືນີ້ແມ່ນ “ສິ່ງມະຫັດສະຈັນ”, ທິມບານເຕະຫວຽດນາມ ມີເກມການຫຼີ້ນທີ່ດີກວ່າທິມບານເຕະ ຈໍແດນ.

        ໜັງສືພິມ Chosun (ສ.ເກົາຫຼີ) ໄດ້ຂຽນວ່າ ຄູຝຶກ Park Hang seo ໄດ້ຊ່ວຍໃຫ້ເຈົາເຂົ້າເຈົ້າມີການຫຼີ້ນທີ່ດີກວ່າຈໍແດນ. ເຖິງວ່າຖືກເສຍປະຕູກ່ອນ, ແຕ່ຫວຽດນາມ ຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຫວຽດນາມ - ຈໍແດນ ກໍ່ສະເໝີ 1 ປະຕູຕໍ່ 1  ແລະ ຫວຽດນາມ ໄດ້ຮັບໄຊຊະນະໃນການແຂ່ງຂັນຍິງ 11 ມ.

ຕອບກັບ

ຂ່າວ/ບົດ​ອື່ນ