ສື່ມວນຊົນສາກົນຮັບຮູ້ບັນດາຜົນສຳເລັດຂອງການຢ້ຽມຢາມລັດເຊຍແລະເບລາຣຸດຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ສື່ມວນຊົນສາກົນຮັບຮູ້ບັນດາຜົນສຳເລັດຂອງການຢ້ຽມຢາມລັດເຊຍແລະເບລາຣຸດຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ Alexander Lukashenko
(ພາບ: Trí Dũng/TTXVN)

(vovworld) –  ​​​ວັນ​ທີ 26/11, ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ BelTA ຂອງ ເບ​ລາ​ຣຸດ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ພົວ​ພັນ​ທີ່​ເປັນ​ມູ​ນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ Alexander Lukashenko. BelTA ໄດ້​ຄັດ​ຄຳ​ຖະແຫຼງຂອງ​ທ່ານ Lukashenko ພາຍຫຼັງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ​ທີ່​ວ່າ: ເບ​ລາ​ຣຸດ ແລະ ຫວຽດ​ນາມ ຫວັງ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ລະ​ຫວ່າງ 2 ປະ​ເທດ. ທ່ານຢັ້ງ​ຢ​ືນວ່າ ເບ​ລາ​ຣຸດ ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ​ຢູ່​ພາກ​ພື້ນ ອາ​ຊີ ແລະ ປາດ​ຖະ​ໜາ​ຢາກ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສ​ູ່​ລະ​ດັບ​ສູງ​ໃໝ່. ຕາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ​ ແລ້ວ, ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ໃຫຍ່​ລວມ​ຈະ​ນ​ຳ​ມາ​ເຊິ່ງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ເບ​ລາ​ຣຸດ ແລະ ຫວຽດ​ນາມ. ເບ​ລາ​ຣຸດ ຊົມ​ເຊີຍ ຫວຽດ​ນາມ ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ​ພາ​ສີ ແລະ ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ໃນ​ສຳ​ພັນ​ທະ​ມິດ​ພາ​ສີ, ເບ​ລາ​ຣຸດ ຈະຍູ້​ໄວ​ເລື່ອງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ ແລະ ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ກັບສຳ​ພັນ​ທ​ະ​ມິດນີ້​ໂດຍ​ໄວ.

        ໃນ​ຂະ​ນະ​ນັ້ນ, ໃນ​ວັນ​ທີ 25 ແລະ 26/11, ສື່ມວນ​ຊົນ ແບນ​ຊິກ ສືບ​ຕໍ່​ມີ​ບົດ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ. ແວບ​ໄຊ Euro Presse Images ຮັບ​ຮູ້​ວ່າ: ສຳ​ພັນ​ທະ​ມິດ​ພາ​ສີ​ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຢັກ​ສະ​ຖານ ແລະ ຫວຽດ​ນາມ ພວມ​ກະ​ກຽມ​ລົງ​ນາມ​ບັນ​ດາສັນຍາ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ. ບົດ​ຂຽ​ນ​ໄດ້​ຄັດ​ຄຳຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ V. Putin  ໃຫ້​ຮູ້​ວ່າ: ຮອບ​ເຈ​ລະ​ຈາ​ພວມ​ກະ​ກຽມ​ຮອດເວລາສິ້ນສຸດ. ຫວຽດ​ນາມ ຈະ​ກາຍ​ເປັນ​ປະ​ເທ​ດ​ທຳ​ອິດ​ຊຶ່ງ ລັດ​ເຊຍ ເຊັນ​ສັນ​ຍາ​ດັ່ງ​ກ່າວ.

        ນອກ​ຈາກນັ້ນ, ໜັງ​ສື​ພິມລາຍ​ວັນ​ດ້ວຍ​ພາ​ສາ ຝ​ຮັ່ງ​ໃຫຍ່​ສຸດຂອງ ແບນ​ຊິກ ຄື “Le Soir” ແລະ “Le Libre” ກໍ່​ເນັ້ນ​ໜັກຄຳ​ຖະ​ແຫຼງ​​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ວ່າ: ມົດ​ສ​ກູ ແລະ ຮ່າ​ໂນ້ຍ ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີການສົ່ງອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ເຂົ້າ​ຕະຫຼາ​ດ ລັດ​ເຊຍ.


ຂ່າວ/ບົດ​ອື່ນ