ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບບໍລິສັດFormosaຮັບຜິດຊອບແລະຊົດເຊີຍເຫດກໍ່ມົນລະພິດ

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບບໍລິສັດFormosaຮັບຜິດຊອບແລະຊົດເຊີຍເຫດກໍ່ມົນລະພິດ - ảnh 1
 Reuters ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ Formosa ​ສົ່ງ​ຄຳ​ຂໍ​ໂທດ​ ຍ້ອນ​ໄດ້​ກໍ່​ໃຫ້​ເກີດ​ເຫດກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ

(vovworld)- ​ວັນ​ທີ 30/6, ສຳ​ນັກ​ຂ່າວ​ສານ ແລະ ສື່​ມວນ​ຊົນ​ສາ​ກົນ​ຫລາຍ​ແຫ່ງ​ໄດ້ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ສາ​ຍ​ເຫດ​ເຮັດ​ໃຫ້​ປາ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຢູ່​ພາກ​ກາງ​ຫວຽດ​ນາມ ໃນ​ສອງ​ສາມ​ເດືອນ​ຜ່ານ​ມາ. ສຳ​ນັກ​ຂ່າວ​ສານ Reuters ຂອງ​ອັງ​ກິດ ໃຫ້​ຮູ້​ວ່າ: ໂຮງ​ງານ​ເຫລັກ​ກ້າ  Formosa ຮ່າ​ຕິ້ງ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫຍ່​ສຸດ​ຢູ່​ຫວຽດ​ນາມ ໄດ້​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື່ອງ​ປາ​ຕາຍ​ຢູ່​ບັນ​ດາ​ແຂວງ​ແຄມ​​ທະ​ເລພາກ​ກາງ​ຫວຽດ​ນາມ.

ສຳ​ນັກ​ຂ່າວ​ສານ BBC ຂອງ​ອັງ​ກິດ ໄດ້​ໃຫ້​ຂ່າວ​ວ່າ: Formosa ໄດ້​ອອກ​ສຽງ​ຂໍ​ໂທດ​ລັດ​ຖະ​ບານ, ປະ​ຊາ​ຊົນ​ຫວຽດ​ນາມ ຢ່າງ​ເປີດ​ເຜີຍ ຍ້ອນ​ໄດ້​ປະ​ໃຫ້​ເກີດ​ເຫດກໍ່​ມົນ​ລະ​ພິ​ດ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ຮ້າຍ​ແຮງ ແລະ ໝັ້ນ​ໝາຍ​ຈະ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົນ, ຊົດ​ເຊີຍ​ໃນ​ການ​ແກ້​ໄຂ​ສິ່ງ​ແວດ​ລ້ອມ​ທະ​ເລ.

ວິ​ທະ​ຍຸ VOA ຂອງ​ອາ​ເມ​ລິ​ກາ, ສຳ​ນັກ​ຂ່າວ AP ຂອງ​ອາ​ເມ​ລິ​ກາ ແລະ Sputnik ຂອ​ງ​ລັດ​ເຊຍ ກໍ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຢັ້ງ​ຢືນ Formosa ກໍ່​ໃຫ້​ເກີດ​ເຫດ​ປາ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຢູ່ 4 ແຂວງ ພາກ​ກາງ ຫວຽດ​ນາມ ແລະ ໃຫ້​ຮູ​້ວ່າ ບໍ​ລິ​ສັດ Formosa ຂອງ​ໄຕ້​ຫວັນ​ໄດ້​ອອກ​ສຽງ​ຮັບ​ຜິດ​ຊອບ​ການ​ກະ​ທຳ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ