ສື່ມວນຊົນໄທຕີລາຄາຢ່າງຕັ້ງຫນ້າແງ່ຫວັງການພົວພັນກັບຫວຽດນາມ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມໄທຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແຕ່ວັນທີ 17-19 ສິງຫາ, ສື່ມວນຊົນໄທ ໄດ້ລົງພິມບົດຂຽນຫລາຍບົດດ້ວຍເນື້ອໃນຍ້ອງຍໍການພົວພັນລະຫວ່າງສອງປະເທດ, ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ໄທໃນການສ້າງປະຊາຄົມ ອາຊຽນ ກໍຄືສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ອາຊີ ປາຊີຟີກ. 
ສື່ມວນຊົນໄທຕີລາຄາຢ່າງຕັ້ງຫນ້າແງ່ຫວັງການພົວພັນກັບຫວຽດນາມ - ảnh 1 ພາບ:Bangkok Post

ບົດວິເຄາະ “ໄທ ແລະ ຫວຽດນາມ ພ້ອມກັນພັດທະນາຢ່າງເຂັ້ມແຂງກວ່າ” ຊື່ງໄດ້ລົງພິມໃນຫນັງສືພິມ Bangkok Post ໄດ້ທົບທວນຄືນປະຫວັດສາດແຫ່ງການພົວພັນຂອງສອງປະເທດບ້ານໃກ້ເຮືອນຄຽງແຕ່ສະໄຫມກ່ອນນີ້ມາຮອດປະຈຸບັນ. ບົດວິເຄາະກໍຖືວ່າ ຢູ່ ໃນລະດັບພາກພື້ນ, ຫວຽດນາມ ແລະໄທ ສອງປະເທດໄດ້ຊ່ວຍຍົກລະດັບເສດຖະກິດພາກພື້ນ ແລະ ສ້າງສະຖຽນລະພາບ ແລະ ຄວາມສະເຫມີພາບທາງສັງຄົມໃຫ້ທົ່ວອະນຸພາກພື້ນແມ່ນ້ຳຂອງ. ການພົວພັນສອງຝ່າຍປະຈຸບັນ ໄດ້ກ້າວເຂົ້າສູ່ລະດັບໃຫມ່ ດ້ວຍບັນດາເນື້ອໃນຍຸດທະສາດ ແລະ ເສດຖະກິດເລິກເຊິ່ງກວ່າ ແລະ ການຢ້ຽມຢາມໄທຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນກາລະໂອກາດເພື່ອໃຫ້ສອງປະເທດເຮັດໃຫ້  ການພົວພັນສອງຝ່າຍຍິ່ງມີຄວາມສະຫນິດຕິດພັນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ