ສຸມໃສ່ປະຕິບັດວຽກງານສຶກສາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນເປັນຢ່າງດີ

ສຸມໃສ່ປະຕິບັດວຽກງານສຶກສາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນເປັນຢ່າງດີ - ảnh 1
ທ່ານ​ ຫງວຽນ​ທ້ຽນ​ເຍີນ ຢ້ຽມ​ຢາມ ແລ​ະ ອວຍ​ພອນ​ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ (ປີ 2014)
(ພາບປະ​ກອບ​ຈາກ VGP/Từ Lương)

(vovworld) – ຕອນ​ບ່າ​ຍ​ວັນ​ທີ 26/3, ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ອວຍ​ພອນ​ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ (26/3/1931 – 26/3/2015). ນະ​ທີ່ນີ້, ທ່ານ​ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ: ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ ມີ​ການ​ປະ​ກອບ​ສ່ວນ​ທີ່​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ລຸ້ນ​ໜຸ່ມ. ທ່ານ​ ຫງວຽນ​ທ້ຽນ​ເຍີນ ເຊື່ອ​ໝັ້ນວ່າ: ​ບົນ​ພື້ນ​ຖານ​ໜັກ​ແໜ້ນ​ທີ່​ມີ​ຢູ່​ແລ້ວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຊິກ​ຊາວ​ໜ​ຸ່ມ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ກ່​ວາ​ອີກ… ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ໃນ​ປີ 2015 ແມ່ນ​ປະ​ຕິ​ບັດ​ວຽກ​ງານ​ສຶກ​ສາ​ມູນ​ເຊື້ອ, ສຶກ​ສາ​ການ​ເມືອງ, ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ ອົງ​ການ​ຊາວ​ໜຸ່ມ ຕ້ອງ​ມີ​ວິ​ທີ​ສຶກ​ສາ​ເໝາະ​ສົມ, ດຶງ​ດູດ​ໄວ​ໜຸ່ມ​ໃຫ້​ໄດ້. ທ່ານ​ຊີ້​ແຈ້ງວ່າ: ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກັບ​ຄະ​ນະ​ຊາວ​ໜຸ່ມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ, ພ້ອມ​ທັງ​ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ລະ​ອ​ຽດ​ທີ່​ຄະ​ນະ​ຊາວ​ໜຸ່ມ​ຕ້ອງ​ເອົາ​ໃຈ​ໃສ່, ຄົ້ນ​ຄ້​ວາ​ເພື່ອ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ