ສຸມໃສ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ

ສຸມໃສ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ - ảnh 1
ສຸມໃສ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນ
ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ
(ພາບ: TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 10/01, ຢູ່​ນະຄອນ ບວນ​ເມ​ທວດ (​ແຂວງ ດັກ​ລັກ), ຄະນະ​ຊີ້​ນຳ​ໄຕ​ງວຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016 ​ແລະ ປຶກສາ​ຫາລືມາດ​ຕະການ​ຜັນ​ຂະຫຍາຍ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເຂດ​ໄຕ​ງວຽນ​ປີ 2017. ທ່ານ ​ໂຕ​ເລີມ ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ໄຕ​ງວຽນ ຕີ​ລາຄາ​ສູງ​ໝາກຜົນຕ່າງໆ ​ເຊິ່ງບັນດາ​ແຂວງ ​ໄຕ​ງວຽນ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ ​ໂຕ​ເລີມ ຫົວ​ໜ້າ​ຄະນະ​ຊີ້​ນຳ​​ເຂດໄຕ​ງວຽນ ​ເນັ້ນ​ໜັກ​ວ່າ ​ໃນ​ຂົງ​ເຂດ​ເສດຖະກິດ, ບັນດາ​ທ້ອງ​ຖິ່ນ​ຄວນ​ສຸມ​ໃສ່​ກວດກາ​ຄືນ​ແຜນ​ຮ່າງ​ພັດທະນາ​ເສດຖະກິດ, ສັງຄົມ; ກະຕຸກ​ຊຸກຍູ້, ຊີ້ນ​ຳການປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ບັນດາ​ແຂວງ ​ໄຕ​ງວຽນ ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາບວຽກ​ງານສົ່ງ​ເສີມ​ການ​ລົງທຶນ, ດຶງ​ດູດ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ ລົງທຶນຢູ່​ໄຕ​ງວຽນ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ​ເຕັກ​ໂນ​ໂລ​ຢີສູງ, ພະລັງງານ​ສະອາດ, ອຸດສາຫະກຳ​ປຸງ​ແຕ່ງ…​ພ້ອມ​ທັງ ຊຸກຍູ້​ການ​ເລີ່​ມດຳ​ເນີນ​ອາຊີບ; ຍູ້​ແຮງ​ວຽກ​ງານ​ປູກ​ປ່າ​; ສຸມ​ໃສ່​ສົ່ງ​ເສີມ​ພັດທະນາ​ການ​ຜະລິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ພໍ່​ແມ່​ປະຊາຊົນໆ​ເຜົ່າ​ສ່ວນ​ໜ້ອຍ…

 

ຂ່າວ/ບົດ​ອື່ນ