ສີສັນການໃຊ້ພາສາຝລັ່ງ-ຊຸກຍູ້ການພັດທະນາພາສາຝລັ່ງ ຢູ່ຫວຽດນາມ

(VOVWORLD) -ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຝລັ່ງໂກໂຟນີ, ຕອນເຊົ້າວັນທີ 16 ມີນາ, ການເຄື່ອນໄຫວ “ເຊື່ອມຕໍ່ບັນດາປະເທດໃຊ້ພາສາຝລັ່ງ” ເປັນຄັ້ງທຳອິດທີ່ໄດ້ດຳເນີນຢູ່ໜອງ ຮ່ວານກ໊ຽມ, ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາທີ່ພວມຮຽນພາສາຝລັ່ງ ກວ່າ 1.200 ຄົນ.

ສີສັນການໃຊ້ພາສາຝລັ່ງ-ຊຸກຍູ້ການພັດທະນາພາສາຝລັ່ງ ຢູ່ຫວຽດນາມ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ

(ພາບ: petrotimes.vn)

ຫຼັງຈາກນັ້ນແມ່ນພິທີຕັດເຄັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງການອາຊີ - ປາຊີຟິກ ຂອງອົງການມະຫາວິທະຍາໄລໃຊ້ພາສາຝລັ່ງ ແລະ ພິທີມອບລາງວັນໃຫ້ແກ່ບັນດານັກຮຽນຮ່າໂນ້ຍ ທີ່ຍາດໄດ້ລາງວັນໃນການເສັງພາສາຝລັ່ງ ລະດັບຊາດ…

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 15 ມີນາ, ຢູ່ສະໜາມຫຼວງສວນດອກໄມ້ ລີ໊ທ໊າຍໂຕ, ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນຝລັ່ງໂກໂຟນີ 20 ມີນາ. ກ່າວຄຳເຫັນທີ່ເຫດການ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ຢືນຢັນວ່າ.

        “ວັນຝລັ່ງໂກໂຟນີ, ວັນບຸນຂອງຜູ້ນິຍົມພາສາຝລັ່ງ ປີນີ້ ໄດ້ຮັບການຈັດຕັ້ງຢ່າງສົມກຽດ. ປີ 2019 ກໍແມ່ນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນນະຄອນຮ່າໂນ້ຍ ໄດ້ຮັບນາມມະຍົດ ນະຄອນເພື່ອສັນຕິພາບ ໂດຍ UNESCO ມອບໃຫ້. ໃນທ່າມກາງບັນຍາກາດຄືແນວນັ້ນ, ພວກເຮົາຍິ່ງມີຄວາມເຂົ້າໃຈ ແລະ ເຄົາລົບບັນດາຄຸນຄ່າອັນສູງສົ່ງກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາໃນຄວາມເປັນຫຼາຍຮູບຫຼາຍແບບ ເຊິ່ງປະຊາຄົມໃຊ້ພາສາຝລັ່ງ ພ້ອມກັນແບ່ງປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ