ສື່ສານຕ່າງປະເທດຕີລາຄາສູງຄວາມໝາຍໄຊຊະນະ 30/4 ຂອງຫວຽດນາມ

ສື່ສານຕ່າງປະເທດຕີລາຄາສູງຄວາມໝາຍໄຊຊະນະ 30/4 ຂອງຫວຽດນາມ - ảnh 1
ກ​ານ​ສວນ​ສະ​ໜາມ​ຂອງ ​ຕຳຫຼວດ​ທະ​ເລ
(ພາບ: qdnd.vn)

 ​(vovworld) - ສື່ສານ ອັກ​ຊັງ​ຕີນ ​ແລະ ​ເວ​ເນ​ຢູ​ເອລາ, ວັນ​ທີ 29/4 ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ຫວຽດນາມ, ​ເນື່ອງ​ໃນ​ໂອກາດ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ໃນ​ນັ້ນ​ຕີ​ລາຄາ​ສູງ​ຄວາມ​ໝາຍ​ໄຊຊະນະ 30/4 ​ແລະ ບົດບາດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ພົນ​ເອກ ຫວໍ​ງວຽນ​ຢາ​ບ. ສຳນັກ​ຂ່າວສານ Telam ກໍ່​ລົງ​ພິມ​ບົດ​ຂຽນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອັກ​ຊັງ​ຕີນ ຫງວຽນ​ດິ່ງ​ທາວ ​ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄຸນທີ່​ມີ​ຕໍ່​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ຢູ່​ໃນ​ໂລກ, ​ເຊິ່ງ​ໄດ້​ສະໜັບສະໜູນ​ສົງຄາມ​ອັນ​ເປັນ​ທຳ​ຂອງ​ຊາດ​ຫວຽດນາມ,​​ໃນ​ນັ້ນ​ມີ​ປະຊາຊົນ ອັກ​ຊັງ​ຕີນ.

        ​ໃນ​ຂະນະ​ນັ້ນ​ສື່​ມວນ​ຊົນ​ຂອງ​ເຢັຍລະ​ມັນ ກໍ່​​ໃຫ້ຫຼາຍ​ຂ່າວ ​ແລະ ບົດ​ກ່ຽວ​ກັບ​ເຫດການປະຫວັດສາດ​ສຳຄັນ​ຍິ່ງ​ນີ້​ຂອງ​ຊາດ​ຫວຽດນາມ. ວິທະຍຸ​ກະຈາຍ​ສຽງ​ຂອງ​ເຢັຍລະ​ມັນ (DLF) ​ໄດ້​ອອກ​ອາກາດ​ບົສາລະ​ຄະດີ​ກ່ຽວ​ກັບ​ສົງຄາມ​ຫວຽດນາມ​ກ່ອນ​ນີ້ 40 ປີ ກໍ່​ຄື​ການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ. ໜັງສືພິມ “ປະ​ເທດ​ເຢັຍລະ​ມັນ​ໃໝ່“ລົງ​ພິມ​ບົດ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພາຍຫຼັງ​ 40 ປີ​ແຫ່ງສົງຄາມ​ສິ້ນ​ສຸດ..




ຂ່າວ/ບົດ​ອື່ນ