ສອງພາກເກົາຫຼີເຈລະຈາກ່ຽວກັບບັນຫາເພີ່ມທະວີການປົກປ້ອງກຳມະກອນ ສເກົາຫຼີຢູ່ Kaesong

ສອງພາກເກົາຫຼີເຈລະຈາກ່ຽວກັບບັນຫາເພີ່ມທະວີການປົກປ້ອງກຳມະກອນ ສເກົາຫຼີຢູ່ Kaesong - ảnh 1
ກຳມະກອນເຮັດ​ວຽກ​ຢູ່​ເຂດ Kaesong
(ພາບ: AFP)

(vovworld) – ​ແຈ້ງ​ການ​ຂອງ​ກະຊວງ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ​​ເກົາຫຼີ ​ໃນ​ວັນ​ທີ 26/9 ​ໃຫ້​ຮູ້​ວ່າ, ການ​ເຈລະຈາກ່ຽວ​ກັບ​ບັນຫາ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ກຳມະກອນ ສ​ເກົາຫຼີ​ຢູ່ Kaesong ​ໄດ້​ດຳ​ເນີນ​ໄປ​ໃນ​ຂັ້ນ​ນັກວິຊາການ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຄົນ​ງານ ສ​ເກົາຫຼີ ຢູ່​ເຂດ Kaesong; ​ໃນ​ນັ້ນ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ກົດໝາຍ ​ແລະ ການ​ບໍລິຫານ ​ເມື່ອ​ແກ້​ໄຂ​ບັນດາ​ກໍລະນີ​ກຳມະກອນ ສ​ເກົາຫຼີ​ຖືກ​ຈັບ​ຕົວ​ຍ້ອນ​ລະ​ເມີດ​ກົດໝາຍ​ໃນ​ຂະນະ​ທີ່​ພວມ​ເຮັດ​ວຽກ​ຢູ່​ເຂດ Kaesong.

ບັນດາ​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ ​ໂດຍ​ອີງ​ໃສ່​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ, ການ​ປະຊຸມ​ອື່ນ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ລວມກ່ຽວ​ກັບ Kaesong ຈະ​ຖືກ​ຈັດ​ຂຶ້ນ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ລະຫວ່າງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ