ສະຖານທູດ 10 ປະເທດ ອາຊຽນ ປະຈຳ ອາເມລິກາ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

(VOVWORLD) - ໃນອາທິດ, ບັນດາເອກອັກຄະລັດຖະທູດປະເທດຕ່າງໆໃນ ອາຊຽນ ປະຈຳ ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ ຫາກໍ່ເປັນປະທານຮ່ວມຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (1967 -2017).
ສະຖານທູດ 10 ປະເທດ ອາຊຽນ ປະຈຳ ອາເມລິກາ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ - ảnh 1 ບັນດາເອກອັກຄະລັດຖະທູດ ຖ່າຍຮູບ ທີ່ລະນຶກ

ທີ່ພິທີ, ບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ແຂກຖືກເຊີນພ້ອມກັນຫວນຄືນ 50 ປີແຫ່ງການພັດທະນາຂອງ ອາຊຽນ, ການພົວພັນ ອາຊຽນ - ອາເມລິກາ, ບົດບາດຂອງ ອາຊຽນ ໃນບັນດາບັນຫາສາກົນໃນປະຈຸບັນ. ໃນຕະຫຼອດ 50 ປີທີ່ຜ່ານມາ, ອາຊຽນມີບາດກ້າວພັດທະນາກະໂດດຂັ້ນ, ກາຍເປັນອົງການສວມບົດບາດໃຈກາງຂອງພາກພື້ນ, ສ້າງປະຊາຄົມ ອາຊຽນ ສາມັກຄີ, ສັນຕິພາບ, ສະຖຽນລະພາບ ແລະ ໝັ້ນຄົງເຂັ້ມແຂງ, ມີພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວັດທະນາຖາວອນຢູ່ພາກພື້ນ. ບັນດາຜູ້ແທນກໍ່ໄດ້ຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ 2 ຝ່າຍໃນປີ 2017. 

ຕອບກັບ

ຂ່າວ/ບົດ​ອື່ນ