ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານລ້ຽງເນື່ອງໃນວັນຊາດທີ 2 ທັນວາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ອວຍພອນວັນຊາດລາວ ແລະ ມີຄວາມ ເຊື່ອໝັ້ນວ່າ ໄລຍະຈະມາເຖິງ
 
ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານລ້ຽງເນື່ອງໃນວັນຊາດທີ 2 ທັນວາ - ảnh 1 ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 29 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (02/12/1975 – 02/12/2017) ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຂ່ຳນັບຮັບຕ້ອນວັນຊາດ ລາວ ຢ່າງສົມກຽດ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ທອງສະຫວັນ ພົມວິຫານ ໄດ້ແຈ້ງບັນດາໝາກຜົນເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໃນຕະຫຼອດ 42 ປີຜ່ານມາ ແລະ ຂອບອົກຂອບໃຈການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ:

     ສຽງທ່ານ ເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ 

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານລ້ຽງເນື່ອງໃນວັນຊາດທີ 2 ທັນວາ - ảnh 2 ພາບປະກອບ

        ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ອວຍພອນວັນຊາດລາວ ແລະ ມີຄວາມ ເຊື່ອໝັ້ນວ່າ ໄລຍະຈະມາເຖິງ, ປະຊາຊົນລາວ ຈະສືບຕໍ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 10 ຂອງພັກຢ່າງມີໄຊ:

        “ໃນຕະຫຼອດ 42 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາຢ່າງໜັກແໜ້ນ, ການເມືອງ - ສັງຄົມສະຖຽນລະພາບ. ເສດຖະກິດບັນລຸທ່າເຕີບໂຕດີພໍສົມຄວນ. ໃນຊຸມປີຜ່ານມາ, ຍາມໃດ ລາວ ກໍ່ຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕເສດຖະກິດສູງສຸດໃນ ອາຊຽນ. ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວ ບັນດາເຜົ່າສາມັກຄີກັນ, ເຊື່ອໝັ້ນເຂົ້າໃນອະນາຄົດຂອງປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ