ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ພ.ສ 2558

​(vovworld) – ​ເຊົ້າວັນ​ທີ 10/04, ຢູ່​ຮ່​າໂນ້ຍ, ສະຖານທູດ​ສປປລາວ ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່, ປີ​ມະ​ແມ ພ.ສ 2558.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ພ.ສ 2558 - ảnh 1
(ການນຳຫວຽດນາມ ເຂົ້າຮ່ວມບຸນປີໃໝ່)

   ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ; ທ່ານ​ນາງ​ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງປະທານ​ສະພາ​ແຫ່ງ​ຊາດ; ທ່ານ ຫງວຽນ​ຊວນ​ຟຸ໋ກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ປະທານຄະນະ​ກຳມາ​ທິການ​ຮ່ວມ​ມື​ຫວຽດນາມ - ລາວ ພ້ອມ​ກັບ​ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ ຫວຽດນາມ ​ແລະ ແຂກ​ຖືກ​ເຊີນ​ຫວຽດນາມ - ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ບັນຍາກາດ​ທີ່​ຟົດ​ຟື້ນ​ຂອງ​ພິທີຕ້ອນຮັບ​ບຸນປີ​ໃໝ່, ທ່ານ​ ສົມ​ພອ​ນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ປະຈຳຫວຽດນາມ ​​ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ ສຳລັບ​ປະ​ເທດ​ລາວ.


ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ພ.ສ 2558 - ảnh 2
(ທ່ານ​ ສົມ​ພອ​ນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ,
ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ປະຈຳຫວຽດນາມ)


(ທ່ານ​ ສົມ​ພອ​ນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ
ສປປລາວ ປະຈຳຫວຽດນາມ)

    ເຂົ້າ​ຮ່ວມ​ພິທີ, ​ໂດຍ​ຕ່າງ​ໜ້າ​ໃຫ້​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ນາງ ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ ​ໄດ້​ສົ່ງ​ຄຳ​ອວຍພອນປີ​ໃໝ່​ອັນ​ດີງາມ​ເຖິງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ລາວ, ພ້ອມ​ທັງ​ຢືນຢັນ​ວ່າ​.


ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ພ.ສ 2558 - ảnh 3
(ທ່ານ​ນາງ ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ
ກ່າວຄຳເຫັນທີ່ພິທີ)


    “​ນ​ຊຸມ​ປີຜ່ານມາ, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່ ​ສັບສົນຫຼາຍ​ຢ່າງ, ​ແຕ່ລະ​ປະ​ເທດ​ກໍ່​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ, ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​​ລັນ​ລຸ​ຜົນ​ງານ​ສຳຄັນຫຼາຍ​ຢ່າງ. ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນຫວຽດນາມ ຍາມ​​ໃດ​ກໍ່ໝັ້ນ​ໝາຍ​ພ້ອມ​ກັບພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ລາວບັນດາ​ເຜົ່າ ອ້າຍ​ນ້ອງ, ຮັກສາ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ບັນລຸ​ປະສິດທິ​ຜົນ. ພ້ອມ​ກັນປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນລວມ​ໃນ​ທ້າຍ​ປີ 2015, ​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.


ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ພ.ສ 2558 - ảnh 4
(ພິທີ​ບາສີສຸຂວັນ)

   ທີ່​ພິທີ, ​ແຂກ​ຖືກ​ເຊີນ​ຍັງ​ເຂົ້າ​ຮ່ວມ​ພິທີ​ບາສີສຸຂວັນ, ຫົດ​ນ້ຳ​ອວຍພອນ​ປີ​ໃໝ່, ພ້ອມ​ກັນ​ຟ້ອນ​ລຳວົງ​ ​ແລະ ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຂອງ​ລາວ ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ