ສະຖານທູດຫວຽດນາມປະຈຳລາວອວຍພອນວັນຊາດລາວຄົບຮອບ40ປີ

ສະຖານທູດຫວຽດນາມປະຈຳລາວອວຍພອນວັນຊາດລາວຄົບຮອບ40ປີ - ảnh 1
(ສະຖານທູດຫວຽດນາມປະຈຳລາວ
ອວຍພອນວັນຊາດລາວຄົບຮອບ40ປີ)

(vovworld) – ​ ​ ​ຕອນ​ບ່າຍ​ວັນ​ທີ 30/11, ຄະນະ​ຜູ້​ແທນ​ສະຖານທູດ ຫວຽດນາມ ປະຈຳ ລາວ, ​ໂດຍ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ນຳ​ໜ້າ​​ໄດ້​​ໄປອວຍພອນ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດ ລາວ ຄົບຮອບ 40 ປີ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ​ເພື່ອ​ເພີ່ມ​ພູນ​ຄູນສ້າງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ນຳ​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ແທດ​ຈິງ ຕອບ​ສະໜອງ​ຄວາມ​ມຸງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ