ສະພາການທະຫານສູງສຸດໂຮມປະຊຸມດ່ວນ

ສະພາການທະຫານສູງສຸດໂຮມປະຊຸມດ່ວນ - ảnh 1
ສະພາການທະຫານສູງສຸດໂຮມປະຊຸມດ່ວນ
(ພາບ: AFP/TTXVN)

(vovworld) - ວັນ​ທີ 28/07, ສະ​ພາການ​ທະ​ຫານ​ສູງ​ສຸດ (YAS) ຂອງ​ຕວກ​ກີ ໄດ້​ໂຮມ​​ປະ​ຊຸມ​ຢູ່​ນະ​ຄອນ​ຫຼວງ Ankara ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Binali Yildirim ພ້ອມ​ກັບບັນ​ດານາຍ​ພົນຂັ້ນ​ສູງ​ຂຶ້ນ​ກັບ​ບັນ​ດາ​ເຫຼົ່າ​ທັບ, ເຫຼົ່າ​ຮົບ​ທະ​ຫານ​ບົກ, ທະ​ຫານ​ເຮືອ, ທັບ​ອາ​ກາດ​ຂອງ​ປະ​ເທດນີ້. ກອງ​ປະ​ຊຸມ​ຖືກ​ດຳ​ເນີນ​ພາຍ​ຫຼັງ​ທີ່​ລັດ​ຖະ​ບານ​ຕວກ​ກີ ອອກ​ຄຳ​ສັ່ງ​ປັດ​ເ​ຂ່ຍ 149 ໃນ​ຈຳ​ນວນ 358 ນາຍ​ພົນ​ຂອງ​ບັນ​ດາກົມ​ກອງ​ການ​ທະ​ຫານພາຍ​ຫຼັງ​ການກໍ່​ລັດ​ຖະ​ປະ​ຫານ​ທີ່​ຖືກ​ປະ​ລາ​ໄຊ​ໃນ​ຄ່ຳ​ຄືນ​ວັນ​ທີ 15/07 ເປັນ​ເວ​ລາ 1 ວັນ, ເຮັດ​ໃຫ້​ກົງ​ຈັກ​ການ​ນຳກອງ​ທັບພວມ​ຖືກຂາ​ດ​ແຄນ​ຢ່າງ​ຮ້າຍ​ແຮງ.

        ໃນ​ເຫດ​ການ​ທີ່​ກ່ຽວ​ຂ​້ອງ, ວັນ​ທີ 28/07, ຕວກ​ກີ ໄດ້ກ່າ​ວ​ຫາ 2 ອົງ​ການ​ສືບ​ລາ​ຊະ​ການ​ລັບ​​ແຖວ​ໜ້າ​ຂອງ​ອາ​ເມ​ລິ​ກາ ໄດ້​ໜູນ​ຊ່ວຍ​ບຳ​ລຸງ​ສ້າງບັນ​ດາ​ສະ​ມາ​ຊິກ​ຂະ​ບວນ​ການ​ຂອງນັກ​ບອດ​ອິດ​ສະ​ລາມ Ferhullah Gulen, ຜູ້​ທີ່​ພວມ​ຖືກ Ankara ກ່າວ​ຫາ​ວ່າ​ຢືນ​ຢູ່​ເບື້ອງ​ຫຼັງ​ກົນ​ອຸ​ບາຍກໍ່​ລັດ​ຖະ​ປະ​ຫານ​ຖືກ​ປະ​ລາ​ໄຊ​ໃນ​ຄ່ຳ​ຄືນ​ວັນ​ທີ 15/07 ຢູ່​ປ​ະ​ເທດນີ້.

ຂ່າວ/ບົດ​ອື່ນ