ສະພາກາແດງອາເມລິກາອຸປະຖຳໃຫ້ບັນດາໂຄງການມະນຸດສະທຳຢູ່ຫວຽດນາມກ່ວາ20ລ້ານUSD

ສະພາກາແດງອາເມລິກາອຸປະຖຳໃຫ້ບັນດາໂຄງການມະນຸດສະທຳຢູ່ຫວຽດນາມກ່ວາ20ລ້ານUSD - ảnh 1
​ທີ່​ການ​ເຮັດ​ວຽກ​ລະຫວ່າງສະພາກາ​ແດງ ອາ​ເມ​ລິ​ກາ
 ​ແລະ ສະພາກາ​ແດງ ຫວຽດນາມ
(ພາບ: ມີງແຮ້ງ)

(vovworld) - ນັບ​ແຕ່​ປີ 2002 – 2017, ສະພາກາ​ແດງ ອາ​ເມ​ລິ​ກາ ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ປະຕິບັດ 14 ລາຍການ, ​ໂຄງການ​ມະນຸດ​ສະ​ທຳ ມີ​ມູນ​ຄ່າ​ກ່ວາ 20 ລ້ານ USD. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ມາ​ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 26/07 ຢູ່ ຮ່າ​ໂນ້ຍ ລະຫວ່າງສະພາກາ​ແດງ ອາ​ເມ​ລິ​ກາ ​ແລະ ສະພາກາ​ແດງ ຫວຽດນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ປະທານ​ສະພາກາ​ແດງ ຫວຽດນາມ ຫງວຽນ​ທິຊວນ​ທູ ປາດຖະໜາ​ຢາກ ສະພາກາ​ແດງ ອາ​ເມ​ລິ​ກາ ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ, ສະໜັບສະໜູນ​ບັນດາ​ລາຍ​ການ, ​ໂຄງການຫລຸດ​ຜ່ານ​ຄວາມ​ສ່ຽງຈາກ​ໄພພິບັດ​ທຳ​ມະ​ຊາດ​ອີງ​ຕາມ​ປະຊາ​ຄົມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ຄວາມ​ສາມາດທົນຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ ​ແລະ ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ປະຊາຊົນ​ໃນ​ເຂດ​ຕົວ​ເມືອງ​ຂອງ ຫວຽດນາມ. ຄຽງ​ຂ້າງ​ນັ້ນ ສະພາກາ​ແດງ ອາ​ເມ​ລິ​ກາ ກໍ່​ເອົາ​ໃຈ​ໃສ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​​ເບິ່ງ​ແຍງ​ຜູ້​ມີ​ອາຍຸ​ສູງ, ໜູນ​ຊ່ວຍ​ຄົນພິການ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົມ; ໜູນ​ຊ່ວຍ​ການ​ພັດທະນາ​​ໃຫ້​ແກ່​ອົງການ​ຈັດ​ຕັ້ງ, ການ​ເງິນ ​ແລະ ຍົກສູງ​ຄວາມ​ສາມາດ​ຂອງ​ສະພາກາ​ແດງ ຫວຽດນາມ ທຸກ​ຂັ້ນ.

 

ຂ່າວ/ບົດ​ອື່ນ