ສະພາຄວາມໝັ້ນຄົງສປຊສືບຕໍ່ໂຮມປະຊຸມດ່ວນກ່ຽວກັບຊີຣີ

ສະພາຄວາມໝັ້ນຄົງສປຊສືບຕໍ່ໂຮມປະຊຸມດ່ວນກ່ຽວກັບຊີຣີ - ảnh 1
ສະ​ພາບ​ການ​ຢູ່ Aleppo
(ພາບ:  AFP)

(vovworld) - ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂຮມ​ປະ​ຊຸມ​ດ່່ວນ​ໃນຕອນ​ຄ່ຳ​ວັນ​ທີ 25/9 (ຕາມ​ເວ​ລາ ຮ່າ​ໂນ້ຍ) ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ສົງ​ຄາມ​ພວມ​ປິນ​ຂັ້ນ​ໄດ​ຢູ່​ນະ​ຄອນ Aleppo ຂອງ ຊ​ີ​ຣີ, ພາຍຫຼັງ​ຂໍ້​ຕົກ​ລົງ​ຢຸດ​ຍິງຫຼ້າ​ສຸດ​ຖືກ​ປະ​ລາ​ໄຊ. ກອງ​ປະ​ຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຕາມ​ຂໍ້​ສະ​ເໜີ​ຂອງ ອັງ​ກິດ, ຝ​ຣັ່ງ ແລະ ອາ​ເມ​ລິ​ກາ, ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັ້​ນ​ຮົບ​ປະ​ກອບ​ອາ​ວຸດ​ຂອງກອງ​ທັບ ຊີ​ຣີ ແລະ ກຳ​ລັງ​ສຳ​ພັນ​ທະ​ມິດ​ເພື່ອ​ແນ​ໃສ່​ຍາດ​ສິດ​ຄວບ​ຄ​ຸມ Aleppo ຄືນ​ໃໝ່.

        ໃນ​ຂະ​ນະ​ນັ້ນ, ວັນ​ທີ 24/9, ກອງ​ທັບ ຊີ​ຣີ ຍາ​ດ​ໄດ້​ສິດ​ຄວບ​ຄຸມ​ຢູ່​ຄ້າຍ Handarat, ບ່ອນ​ຢູ່​ອາ​ໄສ​ຂອງ​ຊາບ​ອົບ​ພະ​ຍົບ ປາ​ແລດ​ສະ​ຕີນ ນອນ​ໃນ​ທາງ​ພາກ​ເໜືອ​ນະ​ຄອນ Aleppo, ພ້ອ​ມ​ທັງ​ຮັດ​ແໜ້ນ​ຮອບ​ປິດ​ລ້ອມ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຍຸດ​ທະ​ສາດນີ້. ບັ້ນ​ບຸກ​ໂຈມ​ຕີ​ການ​ທະ​ຫານຫຼ້າ​ສຸດ​ເຂົ້າ Aleppo ໄດ້​ຮັບ​ຖື​ວ່າ​ແມ່ນບັ້ນ​ຮົບ​ທາງ​ບົກ​ຂະ​ໜາດ​ໃຫຍ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ 5 ປີ​ເກີດ​ການ​ປະ​ທະ​ຫານ​ຜ່ານ​ມາ​ຢູ່ ຊີີ​ຣີ.


ຂ່າວ/ບົດ​ອື່ນ