ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິກ່ຽວກັບການປົກປັກຮັກສາບັນດາມໍລະດົກວັດທະນະທຳ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິກ່ຽວກັບການປົກປັກຮັກສາບັນດາມໍລະດົກວັດທະນະທຳ - ảnh 1
ມີມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​, ວັດ​ຖຸ​ບຸຮານ​ຖືກ​ທຳ​ລາຍ ແລະ ຖືກ​​ລັກປຸ້ນ 
(ພາບ: AFP/TTXVN)

(vovworld) - ​ຕໍ່​ໜ້າ​ສະ​ພາບ​ມີມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫຼາ​ຍ​ຢ່າງ​ຄື: ມ​ໍ​ລ​ະ​ດົກ​ສາ​ສະ​ໜາ ແລະ ບັນ​ດາ​ວັດ​ຖຸ​ບຸຮານ​ຖືກ​ທຳ​ລາຍ ແລະ ຖືກ​​ລັກປຸ້ນ ຢູ່​ບັນ​ດາ​ເຂດ​ເກີດ​ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ. ​ວັນ​ທີ 24/03, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ປັບ​ປຸງ​ການ​ປົກ​ປັກ​ຮ​ັ​ກ​ສາ​ບັນ​ດາ​ມໍ​ລະ​ດົກ​ນັ້ນ. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ມະ​ຕິ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ທ່ານ​ນາງ Irina Bokova, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ກາ​ນ​ສຶກ​ສາ​ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ: “ບັນ​ດາ​ການ​ກະ​ທຳຕັ້ງ​ໃຈ​ທຳ​ລາຍ​ບັນ​ດາ​ມໍ​ລະ​ດົກ ໄດ້​ກາຍ​ເປັນວິ​ທີ​ທຳ​ສົງ​ຄາມ ເພື່ອ​ແນ​ໃສ່​ແບ່ງ​ແຍກ​ບັນ​ດາ​ສັງ​ຄົມ​ໃນ​ໄລ​ຍະ​ຍາວ​ ໃນ​ຂ​ອບເຂດ​ທຳ​ລາຍ​ວັດ​ທະ​ນ​ະ​ທຳ. ນັ້ນ​ແມ​່ນ​ສາຍ​ເຫດ​ເຊິ່ງ​ການ​ປົກ​ປັກ​ຮັກ​ສາ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຕ້ອງ​ການ​ຮີບ​ດ່ວນ​ດ້ານ​ປ​້ອງ​ກັນ​ຄວາມ​ສະ​ຫງົບ, ບໍ່​ສາ​ມາດ​ຕ​ັດ​ແຍ​ກ​ອອກ​ຈາກ​ການ​ປົກ​ປ້ອງ​ການ​ດຳ​ລົງ​ຊີ​ວິດ​ຂ​ອງ​ປະ​ຊາ​ຊົນ​ອີກ​ດ້ວຍ”.


ຂ່າວ/ບົດ​ອື່ນ