ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ

(VOVWORLD) -ວັນທີ 23 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມດ່ວນກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ, ແຕ່ກໍຄ້າຍຄືກັນກັບກອງປະຊຸມໃນອາທິດກ່ອນ ແລະ ກໍ່ບໍ່ບັນລຸໄດ້ໝາກຜົນລະອຽດໃດໆ. 
ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ - ảnh 1( ພາບປະກອບ: AP)

ທີ່ກອງປະຊຸມ, ຈີນ ເຊິ່ງແມ່ນປະເທດພັນທະມິດ ແລະ ຄູ່ຄ້າຫຼັກແຫຼ່ງຂອງສປປ.ເກົາຫຼີ ໄດ້ເວົ້າຢ່າງຈະແຈ້ງວ່າ, ຄວນວາງອອກບຸລິມະສິດໃຫ້ແກ່ການຊຸກຍູ້ບັນດາການເຈລະຈາທາງການທູດ, ແທນທີ່ໃຫ້ການຈັດວາງບັນດາມາດຕະການລົງໂທດຕື່ມອີກ. ໃນຂະນະນັ້ນ, ທັງເອກອັກຄະລັດຖະທູດອັງກິດ ແລະ ເອກອັກຄະລັດຖະທູດຝລັ່ງ ປະຈຳສະຫະປະຊາຊາດ ລ້ວນແຕ່ເວົ້າວ່າ ເຂົາເຈົ້າສະໜັບສະໜູນເລື່ອງເພີ່ມທະວີບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດທີ່ມີຕໍ່ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ