ສະພາຄວາມໝັ້ນຄົງສະຫະປະຊາຊາດປະຊຸມດ່ວນກ່ຽວກັບບັນດາເຫດທົດລອງລູກສອນໄຟນຳວິຖີຂອງສປປເກົາຫຼີ


ສະພາຄວາມໝັ້ນຄົງສະຫະປະຊາຊາດປະຊຸມດ່ວນກ່ຽວກັບບັນດາເຫດທົດລອງລູກສອນໄຟນຳວິຖີຂອງສປປເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28/04 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມດ່ວນ​ກ່ຽວ​ກັບ​ບັນດາ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​​ໃນ​ວັນ​ທີ 28/04 ຂອງ ສປປ.​ເກົາຫຼີ, ການ​ກະທຳ​ນັ້ນ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ການ​ທ້າ​ທາຍ​ໃໝ່​ສຸດ​ຂອງ ພຽງ​ຢາງ ສຳລັບ​ບັນດາ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ. ບັນດາ​ການທາ​ບທາມ​ຄຳ​ເຫັນ ​ຖືກ ອາ​ເມ​ລິ​ກາ ສະ​ເໜີ​ດ່ວນ ພາຍ​ຫລັງ ສປປ ​ເກົາຫຼີ ຍິງ​ລູກ​ສອນ​ໄຟ 2 ລູກ​ບໍ່​ໄດ້​ຮັບ​ຜົນ ​ແລະ ບັນດາຄວາມ​ວິຕົກ​ກັງວົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ເມື່ອ ພຽງ​ຢາງ ພວມ​ກະກຽມ​ປະຕິບັດ​ເຫດ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 5. ສປປ ​ເກົາຫຼີ ​ໄດ້​ຍິງທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ກາງ Musudan 3 ​ເທື່ອ​ບໍ່​ໄດ້​ຮັບ​ຜົນ​ໃນ 2 ອາທິດ​ຍິງ​ລູກ​ສອນ​ໄຟ​ນີ້ ​ໄດ້​ຖື​ວ່າ: ມີ​ຄວາມ​ສາມາດ​ບຸກ​ໂຈມ​ຕີ​ບັນດາຖານ​ທີ່​ໝັ້ນ​ຂອງ ອາ​ເມ​ລິ​ກາ ຢູ່​ເກາະ Guam ​ໃນມະຫາ​ສະໝຸດ​ປາຊີ​ຟິກ.

ຂ່າວ/ບົດ​ອື່ນ