ສະພາຕໍ່າອັງກິດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ໂດຍບໍ່ມີຂໍ້ຕົກລົງ

(VOVWORLD) -ສະພາຕໍ່າອັງກິດ ໄດ້ຮັບຮອງເອົາຮ່າງກົດໝາຍ ບັງຄັບທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ຕ້ອງຊອກຫາວິທີເລື່ອນວັນເວລາ Brexit ເພື່ອສະກັດກັ້ນ ຄວາມສ່ຽງ ອັງກິດ ຖອນຕົວອອກຈາກ ອີຢູ ໃນວັນທີ 12 ເມສາ ແບບບໍ່ມີຂໍ້ຕົກລົງ

        ກ່ຽວຂ້ອງເຖິງບັນຫາ Brexit, ວັນທີ  03 ເມສາ, ດ້ວຍຈໍານວນບັດສະໜັບສະໜູນແມ່ນ 313 ບັດ ແລະ ບັດຄັດຄ້ານ 312 ບັດ, ສະພາຕໍ່າອັງກິດ ໄດ້ຮັບຮອງເອົາຮ່າງກົດໝາຍ ບັງຄັບທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ຕ້ອງຊອກຫາວິທີເລື່ອນວັນເວລາ Brexit ເພື່ອສະກັດກັ້ນ ຄວາມສ່ຽງ ອັງກິດ ຖອນຕົວອອກຈາກ ອີຢູ ໃນວັນທີ 12 ເມສາ ແບບບໍ່ມີຂໍ້ຕົກລົງ. ຕາມຂໍ້ກໍານົດຂອງລັດຖະທໍາມະນູນແລ້ວ, ຮ່າງກົດໝາຍສະບັບດັ່ງກ່າວ ຈະໄດ້ສະເໜີຕໍ່ສະພາສູງພິຈາລະນາການຮັບຮອງ.

ສະພາຕໍ່າອັງກິດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ໂດຍບໍ່ມີຂໍ້ຕົກລົງ - ảnh 1ທ່ານ Jean –Claude Juncker ປະທານຄະນະກໍາມະການເອີຣົບ (ພາບ: THX/TTXVN)

        ປັດຈຸບັນ, ຍັງບໍ່ທັນຮູ້ວ່າ ອີຢູ ຈະມີປະຕິກິລາທາງການຄືແນວໃດ ຖ້າຫາກນາຍົກລັດຖະມົນຕີ Theresa May  ສືບຕໍ່ສະເໜີຕໍ່ກໍານົດເວລາ Brexit ຄັ້ງທີ 2, ເພາະວ່າກ່ອນນັ້ນ, ທ່ານ Jean –Claude Juncker ປະທານຄະນະກໍາມະການເອີຣົບ (EC) ເຄີຍ ຖະແຫຼງວ່າ ອັງກິດ ຈະບໍ່ສາມາດເລື່ອນເວລາການຖອນຕົວອອກຈາກ ອີຢູ ໄດ້ຕື່ມອີກແລ້ວ ຖ້າຫາກວ່າ ສະພາແຫ່ງຊາດຂອງປະເທດນີ້ ຍັງບໍ່ຮັບຮອງເອົາຂໍ້ຕົກລົງ Brexit ຊ້າສຸດແມ່ນວັນທີ 12 ເມສາ


ຕອບກັບ

ຂ່າວ/ບົດ​ອື່ນ