ສະພາຕໍ່າອັງຊັງຕິນຍົກສູງຄວາມໝາຍອັນໃຫຍ່ຫຼວງຂອງການປະວິວັດຫວຽດນາມ

ສະພາຕໍ່າອັງຊັງຕິນຍົກສູງຄວາມໝາຍອັນໃຫຍ່ຫຼວງຂອງການປະວິວັດຫວຽດນາມ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 26/08, ສະພາ​ຕໍ່າ​ອັກ​ຊັງ​ຕິ​ນ ຮັບຮອງ​​ເອົາ​ຖະ​ແຫຼ​ງການ​ຕີ​ລາຄາ​ສູງຄວາມ​ໝາຍ​ການ​ປະຕິວັດ​ຫວຽດນາມ ​ໃນ​ປະຫວັດສາດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດຊາດ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ​ຫວຽດນາມ (02/09/1945 – 02/09/2015). ຖະ​ແຫຼ​ງການ​ຂອງສະພາ​ຕໍ່າ​ອັກ​ຊັງ​ຕິ​ນ ​ໄດ້​ທົບ​ທວນຄືນບັນດາ​ຂີ​ດໝາຍ​ປະຫວັດສາດສຳຄັນ​ຂອງ​ປະ​ເທດ​ຫວຽດນາມ ​ນັບ​ແຕ່​ໄລຍະ​ພວກ​ລ່າ​ເມືອງ​ຂຶ້ນຝລັ່ງ ​ເຂົ້າ​ມາ​ຮຸກ​ຮ້ານ ​ແລະ ບຸກ​ໂຈມ​ຕີ​​ທ່າກໍ່​າປັ່ນ ດ່າ​ນັ້ງ ​ເມື່ອ​ປີ 1858. ຖະ​ແຫຼ​ງການ​​ສິ້ນ​ສຸ​ດດ້ວຍ​ຄຳ​ຍ້ອງ​ຍໍ​ 70 ປີ​ແຫ່ງ​ການ​ຕໍ່​ສູ້​ຢ່າງ​ພິລະ​ອາດ​ຫານ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ​ຊົນ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດຂອງ​ປະຊາຊົນ​ຫວຽ​ດນາມ ​ແລະ ຢືນຢັນ​ວ່າ, ຊາດ​ຫວຽດນາມ ​​​​ສົມ​​ເປັນ​ທີ່​ໄດ​້ຮັບ​ສັນຕິ​ພາບ.

ຂ່າວ/ບົດ​ອື່ນ