ສະພາຕ່ຳລັດເຊຍໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິສົນທິສັນຍາ INF

(VOVWORLD) -ວັນທີ 18 ມິຖຸນາ, ສະພາຕ່ຳລັດເຊຍ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິການປະຕິບັດສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF).

ສະພາຕ່ຳລັດເຊຍໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິສົນທິສັນຍາ INF - ảnh 1

ສະພາຕ່ຳລັດເຊຍໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິສົນທິສັນຍາ INF 

(ພາບ: AFP/TTXVN)

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຮ່າງກົດໝາຍດັ່ງກ່າວໃຫ້ສະພາຕໍ່າເມື່ອທ້າຍເດືອນພຶດສະພາ. ກ່າວຄຳເຫັນພາຍຫຼັງ ສະພາຕ່ຳລັດເຊຍ ໃຫ້ສັດຕະຍາບັນຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວ, ທ່ານປະທານສະພາຕ່ຳລັດເຊຍ Vyacheslav Volodin ເນັ້ນໜັກວ່າ: “ພວກຂ້າພະເຈົ້າໄດ້ຮັບຮອງເອົາຮ່າງກົດໝາຍດັ່ງກ່າວແມ່ນເລີ່ມມາຈາກຄວາມຈຳເປັນຕ້ອງປົກປ້ອງຜົນປະໂຫຍດແຫ່ງຊາດ. ເລື່ອງ ອາເມລິກາ ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຢຸດຕິ INF ໄດ້ນາບຂູ່ເຖິງລະບົບປ້ອງກັນຄວາມໝັ້ນຄົງໃນທົ່ວໂລກທັງໝົດ”.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານສະມາຊິກສະພາສູງລັດເຊຍ Sergei Tsekov ໃຫ້ຮູ້ວ່າ, ສະພາສູງລັດເຊຍ ຈະປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບດັ່ງກ່າວໃນວັນທີ 26 ມິຖຸນາ ແລະ ຄາດວ່າບັນດາສະມາຊິກລັດຖະສະພາຈະສະໜັບສະໜູນເອກະສານດັ່ງກ່າວຫຼາຍພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ