ສະພາຕ່່ຳອັງກິດປ່ອນບັດຄັດຄ້ານຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ Brexit

(VOVWORLD) -ດ້ວຍອັດຕາບັດເຫັນດີ 202 ບັດແລະ ບັດຄັດຄ້ານ 432 ບັດ, ວັນທີ 15 ມັງກອນ, ສະພາຕ່ຳອັງກິດ ໄດ້ປ່ອນບັດຄັດຄ້ານຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit, ເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ແລະ ບັນດາການນຳ EU ໄດ້ເຫັນດີຕົກລົງ.

ສະພາຕ່່ຳອັງກິດປ່ອນບັດຄັດຄ້ານຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ Brexit - ảnh 1 ສະພາຕ່່ຳອັງກິດປ່ອນບັດຄັດຄ້ານຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ Brexit

(ພາບ: AFP/TTXVN)

ພາຍຫຼັງປະກາດໝາກຜົນການປ່ອນບັດ, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຍອມຮັບການປະລາໄຊຂອງລັດຖະບານ, ຖືວ່າ ສະພາຕ່ຳອັງກິດ ໄດ້ອອກສຽງ ແລະ ລັດຖະບານອັງກິດ ຈະຮັບຟັງ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Theresa May ກໍ່ຖະແຫຼງວ່າ ບໍ່ຮູ້ວ່າ ສະພາຕ່ຳອັງກິດ ກໍ່ເຄົາລົບຂໍ້ຕົກລົງໃນການລົງປະຊາມະຕິກ່ຽວກັບ Brexit ຫຼື ບໍ່.

        ໃນຖະແຫຼງການສະບັບພາຍຫຼັງສະພາຕ່ຳອັງກິດ ປະຕິເສດຂໍ້ຕົກລົງ Brexit ກັບ EU, ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker ກໍ່ຖະແຫຼງວ່າ EU ຈະເພີ່ມທະວີການກະກຽມໃຫ້ເລື່ອງ Brexit ເຊິ່ງຈະບໍ່ມີຂໍ້ຕົກລົງສະບັບໃດ.

        ແລະກໍ່ໃນວັນດຽວກັນ, ການນຳ EU ຫຼາຍທ່ານກໍ່ສະແດງຄວາມເສຍດາຍກ່ຽວກັບໝາກຜົນການປ່ອນບັດຢູ່ສະພາຕ່ຳອັງກິດ. ວົງການການນຳເອີລົບ ກໍ່ຢືນຢັນວ່າ ຈະບໍ່ຈັດການເຈລະຈາຄືນໃໝ່ ແລະ ພວມຕັ້ງໜ້າກະກຽມໃຫ້ເລື່ອງ ອັງກິດ ຖອນຕົວອອກຈາກ EU ໃນວັນທີ 29 ມີນາ ບໍ່ມີບໍ່ວ່າຂໍ້ຕົກລົງສະບັບໃດ.

ຕອບກັບ

ຂ່າວ/ບົດ​ອື່ນ